Homeຂ່າວພາຍ​ໃນຫຼາຍບັນຫາທີ່ລັດຕ້ອງແກ້ໄຂຮີບດ່ວນ

ຫຼາຍບັນຫາທີ່ລັດຕ້ອງແກ້ໄຂຮີບດ່ວນ

Published on

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໄດ້ເປີດຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາສະຫາຍຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person, dais and text

ກອງປະຊຸມຄັ້ງນີ້ ໄດ້ເປີດຂຶ້ນທ່າມກາງສະພາບແວດລ້ອມສາກົນ ມີການຜັນແປໄປຢ່າງສັບສົນ, ເຕັມໄປດ້ວຍສິ່ງທ້າທາຍ ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດ-ການເງິນ ຂອງໂລກ; ຢູ່ພາຍໃນປະເທດ ທີ່ສະແດງອອກໃນສະພາບການປັ່ນປ່ວນ ຂອງອັດຕາແລກປ່ຽນເງິນຕາ, ເງິນກີບອ່ອນຄ່າ, ເງິນເຟີ້,… ເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບ ຖີບຕົວສູງຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ.

May be an image of 2 people, dais and text

ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ສະເໜີບາງລະດັບຄາດໝາຍ ແລະ ຈຸດໝາຍ ສະເພາະໜ້າ ທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນຄື:

1) ເອົາຄ່າເງິນກີບທີ່ອ່ອນລົງ ໃຫ້ຢຸດພາຍໃນ 1 ເດືອນ, ຈາກນັ້ນໃຫ້ຄ່ອຍໆແຂງຂຶ້ນເປັນກ້າວໆ

2) ເອົາອັດຕາເງິນເຟີ້ໃຫ້ລົງເປັນກ້າວໆ ດ້ວຍທຸກວິຖີທາງ (ກ້າວໄປເຖິງໃຫ້ຢູ່ໃນລະດັບທີ່ສະພາຮັບຮອງ)

3) ຄຸ້ມຄອງລາຄາສິນຄ້າ ໃຫ້ຮັດກຸມ, ສົມເຫດສົມຜົນ

4) ແກ້ໄຂຄ່າຄອງຊີບຂອງ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ແພດໝໍ ໃຫ້ຢູ່ໃນລະດັບສາມາດປະຄັບປະຄອງໄປໄດ້…

5) ເພີ່ມຄັງສຳຮອງເງິນຕາຕ່າງປະເທດຂຶ້ນຕື່ມ ໃຫ້ໄດ້ລະດັບຄາດໝາຍ ຫຼື ລື່ນນັ້ນ ດ້ວຍມາດຕະການ ນໍາເຂົ້າ-ສົ່ງອອກສິນຄ້າ ຜ່ານລະບົບທະນາຄານ.

6) ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາ ໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຫຼຸດຜ່ອນການໃຊ້ເງິນຕາລົງ, ການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ.

May be an image of 7 people, dais and text

7) ຕັດສິນໃຈສູງ ໃນການປະຕິບັດມາດຕະການປະຢັດມັດທະຍັດ.

8 ) ແກ້ໄຂດ່ວນ, ແກ້ຂາດຕົວ ບັນດາກົນໄກ ອືດອາດ, ຊັກຊ້າ, ບໍ່ໂປ່ງໃສ ແລະ ມີເງື່ອນງໍາ ຂອງການສໍ້ລາດບັງຫຼວງ, ກິນສິນບົນ, ໃຫ້ສິນບົນ ແລະ ກວດກາຄົນສວຍໃຊ້ໂອກາດ ໃນເວລາທີ່ມີສະພາບຫຍຸ້ງຍາກ ເຊັ່ນ: ການລັກລອບຂາຍໂຄງການ, ລັກລອບເອົາຊັບພະຍາກອນ ເອົາຂອງສ່ວນລວມ ໄປເປັນຂອງສ່ວນຕົວ… ຢ່າງເດັດດ່ຽວ, ເດັດຂາດ.

9) ສືບຕໍ່ເກັບກູ້ໜີ້ສິນ, ທວງໜີ້ສິນ ມາໃຫ້ລັດ, ຮີບຮ້ອນປະມູນຂາຍຊັບສິນທີ່ຢືດໄດ້ຈາກຜູ້ກະທຳຜິດກົດໝາຍ, ຮີບຮ້ອນເກັບກູ້ ວັດຖຸ-ເງິນຄຳ-ຊັບສົມບັດ ຈາກຜູ້ທີ່ລັກໂລບເອົາໄປ ໃນກໍລະນີຕ່າງໆ ທີ່ສານຕັດສິນແລ້ວ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...