spot_img
Homeຂ່າວພາຍ​ໃນສາເຫດປະລະການຮຽນຊັ້ນປະຖົມໃນ ນວ

ສາເຫດປະລະການຮຽນຊັ້ນປະຖົມໃນ ນວ

Published on

ທ່ານ ນາງ ລີປ່າເອ້ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 10 ກໍລະກົດຜ່ານມາວ່າ: ອີງຕາມຜົນກອງປະຊຸມວິເຄາະວິໄຈສະພາບການສຶກສາທົ່ວ ນວ ຄັ້ງວັນທີ 12-16 ກຸມພາ 2024 ສາເຫດຫຼັກຂອງການປະລະການຮຽນຊັ້ນປະຖົມມີ 5 ສາເຫດຄື: 1. ຍ້ອນສະພາບເສດຖະກິດ-ສັງຄົມໃນປັດຈຸບັນ, 2.ການຍົກຍ້າຍ ແລະ ຮັບເອົານັກຮຽນບໍ່ມີເອກະສານ, 3. ການຍົກຍ້າຍບ່ອນເຮັດວຽກຂອງຜູ້ປົກຄອງ, 4. ຜູ້ປົກຄອງພາລູກຫຼານໄປເຮັດວຽກຢູ່ຕ່າງປະເທດ ແລະ ບ່ອນທໍາການຜະລິດ., 5. ຍົກຍ້າຍໂດຍບໍ່ຮູ້ສາເຫດ (ຕິດຕໍ່ບໍ່ໄດ້).

อาจเป็นรูปภาพของ 1 คน และ แท่นบรรยาย

ເພື່ອແກ້ໄຂບັນຫາດັ່ງກ່າວ, ພະແນກສຶກສາທິການ ແລະ ກິລາ ນວ ຈະໄດ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄື: ແຕ່ງຕັ້ງຄະນະຮັບຜິດຊອບໂດຍສົມທົບກັບອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ລົງຕິດຕາມຜູ້ປະລະການຮຽນເພື່ອຊຸກຍູ້ໃຫ້ເຂົ້າມາຮຽນຄືນ ແລະ ປ້ອງກັນບໍ່ໃຫ້ມີການປະລະເພີ່ມຕື່ມ, ໂຄສະນາໃຫ້ຜູ້ປົກຄອງນັກຮຽນເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ ແລະ ໃຫ້ນຳເອົາລູກຫຼານມາເຂົ້າໂຮງຮຽນຕາມເກນອາຍຸ.

Going back to school in the new normal setting. | UNICEF Lao People's  Democratic Republic

ນອກນີ້, ໃຫ້ຕິດຕາມຜູ້ທີ່ມີກຸ່ມສ່ຽງທີ່ຈະອອກໂຮງຮຽນ, ພ້ອມກັບການສຶກສາອົບຮົມ, ລະດົມແນວຄວາມຄິດແກ່ນັກຮຽນໃຫ້ກັບມາສົນໃຈຕໍ່ການຮຽນໃຫ້ຫຼາຍຂຶ້ນ, ສ້າງແຮງຈູງໃຈໃຫ້ແກ່ລູກຫຼານນັກຮຽນມາໂຮງຮຽນຢ່າງເປັນປົກກະຕິ, ເກັບກໍາໂຕເລກຜູ້ທີ່ປະລະການຮຽນ ແລະ ສາເຫດຂອງການປະລະ ໃນຊັ້ນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ເພື່ອຊຸກຍູ້ໃຫ້ກັບເຂົ້າມາຮຽນບໍາລຸງຕໍ່ໃນສາຍການສຶກສານອກໂຮງຮຽນໃຫ້ຈົບຕາມກົດໝາຍການສຶກສາໄດ້ກຳນົດໄວ້.

ຂ່າວ: ແສງຈັນ, ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...