spot_img
Homeຂ່າວພາຍ​ໃນແຂວງເຊກອງ ເກັບລາຍຮັບ 230 ຕື້ກວ່າກີບ

ແຂວງເຊກອງ ເກັບລາຍຮັບ 230 ຕື້ກວ່າກີບ

Published on

ໃນ 6 ເດືອນຕົ້ນປີ 2024 ແຂວງເຊກອງ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 234,30 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 79% ໃນນີ້, ພູດສູນກາງປະຕິບັດຢູ່ທ້ອງຖິ່ນ 45,56 ຕື້ກີບ ເທົ່າກັບ 59% ແລະ ລາຍຮັບພູດຂອງແຂວງ 188,74 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 85%; ສ່ວນດ້ານລາຍຈ່າຍປະຕິບັດໄດ້ 182,70 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 47%.

อาจเป็นรูปภาพของ 1 คน และ แท่นบรรยาย

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ (ເປີດກວ້າງ) ຄັ້ງທີ 10 ສະໄໝທີ X ໃນວັນທີ 10 ກໍລະກົດ 2024 ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ເຫັນວ່າ ມີຫລາຍຂະແໜງການສາມາດປະຕິບັດໄດ້ຕາມແຜນ ແລະ ລື່ນແຜນການທີ່ວາງໄວ້.

อาจเป็นรูปภาพของ กังหันลม

ໂດຍສະເພາະ, ຂະແໜງກະສິກໍາ ແລະ ປ່າໄມ້ ສາມາດເກັບກູ້ຜົນຜະລິດເຂົ້ານາແຊງ ໄດ້ 2.946 ໂຕນ ທຽບໃສ່ແຜນປີເທົ່າກັບ 74%; ພືດສະບຽງອາຫານ 8.234 ໂຕນ ເທົ່າກັບ 100% ແລະ ພືດເປັນສິນຄ້າ 10.634 ໂຕນ ທຽບໃສ່ແຜນປີເທົ່າກັບ 100%. ນອກນີ້, ຍັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດໃຫ້ຂະຫຍາຍຕົວ 1-2%, ເຊິ່ງທົ່ວແຂວງມີສັດລ້ຽງປະເພດຄວາຍ 25.756 ໂຕ, ງົວ 43.025 ໂຕ, ໝູ 64.555 ໂຕ, ແບ້ 19.810 ໂຕ ແລະ ສັດປີກ 986.562 ໂຕ.

อาจเป็นรูปภาพของ คะน้าฝรั่ง, ตู้ป้องกันความเย็น และ ต้นกล้า

ພ້ອມນີ້, ຍັງໄດ້ຍົກສູງປະສິດທິພາບການລົງທຶນ ໂດຍສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຈັດສັນທີ່ດິນ, ປູກໄມ້ໃຫ້ເປັນປ່າ, ລ້ຽງງົວແບບເປັນຟາມ, ຂຸດຄົ້ນແຮ່ທາດ, ການກໍ່ສ້າງເຂື່ອນໄຟຟ້າ, ສົ່ງເສີມວິຊາການ ແລະ ພັດທະນາຊັບພະຍາກອນມະນຸດ ພ້ອມທັງສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ-ເດັກນ້ອຍ, ຜູ້ອາວຸໂສ-ຜູ້ດ້ອຍໂອກາດ ໄດ້ຮັບການພັດທະນາ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ. ນອກນີ້, ຍັງພັດທະນາພື້ນຖານໂຄງລ່າງ ໃຫ້ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອອໍານວຍຄວາມສະດວກ ແກ່ການຜະລິດ, ການບໍລິການ, ການຄ້າ-ການລົງທຶນ, ສ້າງອາຊີບ ແລະ ວຽກເຮັດງານທໍາ ທີ່ໝັ້ນຄົງໃຫ້ປະຊາຊົນ.

ຂ່າວ-ພາບ: ສັນຍາ, ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...