Homeຂ່າວພາຍ​ໃນການພົບປະກັນລະຫວ່າງ ປະທານປະເທດລາວ-ຫວຽດນາມ

ການພົບປະກັນລະຫວ່າງ ປະທານປະເທດລາວ-ຫວຽດນາມ

Published on

ພິທີຕ້ອນຮັບ ສະຫາຍ ປະທານປະເທດ ໂຕ ເລິມ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ທີ່ ສະພາແຫ່ງຊາດ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ.

อาจเป็นรูปภาพของ 6 คน

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນວາລະກອງປະຊຸມສະໄໝ ເທື່ອທີ VII ຂອງສະພາແຫ່ງຊາດ ຊຸດທີ XV ໃນທ້າຍເດືອນພຶດສະພາ ທີ່ຜ່ານມາ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງທີ່ ສະຫາຍ ໂຕ ເລິມ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນ ໄຫວຕ່າງປະເທດຂອງຕົນໃນຕຳແໜ່ງປະທານປະເທດ.

อาจเป็นรูปภาพของ 2 คน

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການໂດຍຫຍໍ້ການພັດທະນາເສດຖະກິດ-ສັງຄົມ ໃນປະ ເທດຂອງຕົນ, ທັງໄດ້ຮ່ວມກັນປຶກສາຫາລືຕີລາຄາການພົວພັນຮ່ວມມືຂອງສອງປະທດໃນໄລຍະຜ່ານມາ ກໍ່ຄື ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ແລກປ່ຽນຄໍາຄິດເຫັນຄື: ການຮ່ວມມືທາງດ້ານການເມືອງ ແລະ ການຕ່າງປະເທດ, ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ.

อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ

ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະເເດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ, ພິເສດແມ່ນການຊ່ວຍເຫຼືອທາງດ້ານບົດຮຽນ-ປະສົບການ, ການເງິນ, ອຸປະກອນ ແລະ ພາຫະນະຮັບໃຊ້ ໃນໂອກາດທີ່ ສປປ ລາວ ດຳລົງຕຳແໜ່ງເປັນປະທານໝູນວຽນ ອາຊຽນ ປີ 2024 ນີ້.

อาจเป็นรูปภาพของ 4 คน และ ข้อความ

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານ ຈໍານວນ 7 ສະບັບ, ໃນນັ້ນມີ ສັນຍາລະຫວ່າງລັດຖະບານ ຈໍານວນ 3 ສະບັບ ຄື: 1) ບົດບັນທຶກຄວາມຊ່ວຍຈໍາ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ກ່ຽວກັບການກໍ່ສ້າງ ແລະ ຜັນຂະຫຍາຍລະບົບການຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວຢູ່ ສປປ ລາວ, 2) ສົນທິສັນຍາ ວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ແລະ 3) ສັນຍາແຜນການຮ່ວມມື 2024 ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ.

อาจเป็นรูปภาพของ 15 คน

ສັນຍາພາກທຸລະກິດ ມີ 4 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານການບິນພົນລະເຮືອນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ບໍລິສັດຫວຽດເຈັດ, 2) ສັນຍາສໍາປະທານສະບັບດັດແກ້ ຂອງໂຄງການເຂື່ອນໄຟຟ້າເຊຂະໝານ 3 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າເຊຂະໝານ 3, 3) ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ບົກຊິດ ແລະ ສ້າງຕັ້ງແຮງງານຜະລິດອາລູມີນາ ຢູ່ເຂດເມືອງດາກຈຶງ, ແຂວງເຊກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຫຸ້ນສ່ວນ ກຸ່ມລົງທຶນຫວຽດເຟືອງ, ແລະ 4) ສັນຍາດັດແກ້ ແລະ ເພີ່ມເຕີມຄັ້ງທີ 1 ຂອງສັນຍາວ່າດ້ວຍ ການຊອກຄົ້ນ ແລະ ສໍາຫຼວດ ແຮ່ອັງຕີມອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດຫຸ້ນສ່ວນ ສັນຕິພາບຂຽວ ສສ ຫວຽດນາມ.

อาจเป็นรูปภาพของ 2 คน และ ข้อความ

ໃນໂອກາດດຽວກັນນັ້ນ, ກໍ່ໄດ້ມີພິທີມອບ-ຮັບ ພາຫະນະຮັບໃຊ້ໃນການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ຈາກ ສສ ຫວຽດນາມ, ຕາງໜ້າລັດຖະບານ ສສ ຫວຽດນາມ ມອບໂດຍ ສະຫາຍ ໂຕ ເລິມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານ ສປປ ລາວ ຮັບໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພາຫະນະດັ່ງກ່າວປະກອບມີ ລົດໄຟຟ້າຍີ່ຫໍ້ Vinfast ຈໍານວນ 20 ຄັນ, ເຊິ່ງຖືເປັນ “ຂອງຂວັນຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ” ເພື່ອເປັນການປະກອບສ່ວນສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ, ວສລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...