Homeຂ່າວພາຍ​ໃນໄຊຍະບູລີ ກັກຕົວ-ອົບຮົມ ກຸ່ມມົວສຸມນໍ້າກະທ້ອມ

ໄຊຍະບູລີ ກັກຕົວ-ອົບຮົມ ກຸ່ມມົວສຸມນໍ້າກະທ້ອມ

Published on

ພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ສົມທົບກັບ ປກສ ກຸ່ມບ້ານສີເມືອງ ລົງແກ້ໄຂກຸ່ມໄວ້ລຸ້ນມົ້ວສຸມດື່ມນໍ້າກະທ້ອມຢູ່ເທດສະບານເມືອງໄຊຍະບູລີ, ແຂວງໄຊຍະບູລີ ສາມາດກັກຕົວເປົ້າໝາຍໄດ້ 4 ຄົນ, ຍິງ 1 ຄົນ ມາສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕື່ອນ, ເຂົ້າຮ່ວມມີ ພັທ ແສງຈັນ ສີສົມບັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ ພ້ອມດ້ວຍໜ່ວຍງານວິຊາສະເພາະ, ນາຍບ້ານ, ຜູ້ປົກຄອງ ແລະ ພວກມົ້ວສຸມນໍ້າກະທ້ອມ ເຂົ້າຮ່ວມ.

อาจเป็นรูปภาพของ 6 คน, ผู้คนกำลังอ่านหนังสือ และ ข้อความ

ເພື່ອເປັນການສຶກສາອົບຮົມໃຫ້ພວກກ່ຽວທັງ 4 ຄົນ ຮັບຮູ້ ແລະ ເຂົ້າໃຈລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ຈໍາແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ້ອມ ກໍຄືສິ່ງເສບຕິດທຸກປະເພດ ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ. ຈາກນັ້ນ, ກໍໄດ້ເຮັດບົດບັນທຶກສຶກສາອົບຮົມ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມຕື່ມອີກ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...