Homeຂ່າວພາຍ​ໃນຈີນ​ລົງ­ທຶນ 40 ກວ່າ​ຕື້ ສ້າງ​ໂຮງ­ງານ​ຜະ­ລິດຫົວ­ອາ­ຫານ​ສັດ​ ຢູ່​ພາກ​ເໜືອ

ຈີນ​ລົງ­ທຶນ 40 ກວ່າ​ຕື້ ສ້າງ​ໂຮງ­ງານ​ຜະ­ລິດຫົວ­ອາ­ຫານ​ສັດ​ ຢູ່​ພາກ​ເໜືອ

Published on

5ca97484ba30846ebf02152e3617f0b8

 

ໂຮງ­ງານ​ຜະ­ລິດ​ຫົວ­ອາ­ຫານ​ສັດຕັ້ງ​ຢູ່​ບ້ານ​ຫ້ວຍ​ຊຸມເມືອງ​ໄຊ ແຂວງ​ອຸດົມ​ໄຊ ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 60 ພັນໂຕນ​ຕໍ່​ປີ

ໄດ້​ມີ​ພິ­ທີ​ເປີດ ແລະ ເລີ່ມ​ທຳການ​ຜະ­ລິດ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 11 ທັນ­ວາ​ເປັນ­ຕົ້ນ​ມາ.

 

ໃຫ້​ກຽດ​ເຂົ້າ​ຮ່ວມ​ໃນ​ພິ­ທີ​ຂອງ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກລັດ­ຖະ­ມົນ­ຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ​

ຂົງ­ເຂດ​ການ​ຜະ­ລິດ ແລະ ການ​ຈໍ​ລະ​ຈອນ, ທ່ານ ຄຳ​ຫຼ້າ ລິ້ງ​ນະ​ສອນ ເຈົ້າ­ແຂວງໆ​ອຸ­ດົມ​ໄຊ, ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການ​

ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້, ທ່ານ ວູ​ຈຽນ​ຫຸຍ ປະ­ທານ​ກຸ່ມ​ບໍ­ລິ­ສັດຢູນ​ນານ​ວັດ​ສະ​ດຸ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ (YNPC),

ມີ​ບັນ­ດາ​ການ​ນຳ​ແຂວງ, ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ວູ​ຈຽນ​ຫຸຍ ລາຍ​ງານ​ວ່າ:ໂຮງງານ​ຫຼັງ​ນີ້​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່ທ້າຍ​ປີ 2012 ໃນ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ​

ເກືອບ 5,3 ລ້ານ​ໂດ​ລາ​ສະ­ຫະ­ລັດ ຊຶ່ງ​ມີ​ກຳ­ລັງ​ການ​ຜະ­ລິດ 60 ໂຕນ​ຕໍ່​ປີ, ໂຮງ­ງານ​ຜະ­ລິດ​ຫົວ­ອາ­ຫານ​ສັດ​ແຫ່ງ​ນີ້ ໄດ້​ຮັບ

​ການ​ຊ່ວຍ­ເຫຼືອ​ຈາກ​ທ່ານ ຊິນ​ກວາງຢົງ ເລ­ຂາ​ພັກ​ແຂວງ​ຢູນ​ນານ ສປ ຈີນ ມອບ​ໃຫ້​ເປັນ​ຂອງ­ຂວັນ​ແກ່​ລັດ​ຖະບານ​

ລາວ ເພື່ອ​ເປັນ​ການ​ຊ່ວຍ​ພັດ­ທະ­ນາ​ຂະ­ແໜງ­ການ​ປູກ­ຝັງ, ລ້ຽງ­ສັດ​ຢູ່​ເຂດ​ພາກ​ເໜືອ​ຂອງ​ລາວ ແລະ ທັງ​ເປັນ​ສັນຍະ

​ລັກ​ແຫ່ງ​ການ​ຮ່ວມ​ມື​ລະ­ຫວ່າງ ສປປ ລາວ- ສປ ຈີນ.

 

ໂອ­ກາດ​ນີ້, ທ່ານ ສົມ​ສະ­ຫວາດ ເລັ່ງສະ​ຫວັດ ໄດ້​ມີ​ຄຳ​ເຫັນ ແລະ ຊີ້​ນຳ​ບາງບັນ­ຫາ​ເປັນ­ຕົ້ນ: ແມ່ນ​ສະ­ເໜີ​ໃຫ້​ແຕ່​ລະພາກ

­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈົ່ງ​ເອົາ­ໃຈ­ໃສ່​ໃນການ​ ດຳ­ເນີນ​ງານ​ລວມ​ທັງ​ກວດ­ກາ​ຄືນຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ບົດ​ໂຄງ­ການ, ກຳ­ລັງ​

ການ​ຜະ­ລິດ ແລະ ວັດ­ຖຸ​ດິບ​ທີ່​ຈະນຳ​ໃຊ້​ເຂົ້າ​ໃນ​ການ​ຜະ­ລິດ​ໃຫ້​ລະ­ອຽດ​ຂຶ້ນ​ຕື່ມ, ຂະ­ນະ​ດຽວ​ກັນ​ທ່ານ ຄຳ​ຫຼ້າ ລິ້ງ​ນະ​ສອນ

ເຈົ້າ­ແຂວງໆ​ອຸ­ດົມ​ໄຊ ກໍ​ໄດ້ ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ຍິນ​ດີ ທີ່​ຈະ​ຊ່ວຍ­ເຫຼືອ, ອຳ­ນວຍ​ຄວາມ​ສະ­ດວກທຸກ​ດ້ານ​

ຂອງ​ການ​ຜະ­ລິດ​ຂອງ​ໂຮງ­ງານແຫ່ງ​ນີ້.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...