Homeຂ່າວຕ່າງປະເທດໜຸ່ມອິນເດຍໃຈກ້າ ຖືກງູເຫົ່າກັດ ແຕ່ກັດງູຄືນຈົນຕາຍ

ໜຸ່ມອິນເດຍໃຈກ້າ ຖືກງູເຫົ່າກັດ ແຕ່ກັດງູຄືນຈົນຕາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ກໍລະກົດ 2024 ທີ່ຜ່ານມາ, ກ່ຽວກັບເຫດການທີ່ໜ້າເຫຼືອເຊື່ອເມືອໜຸ່ມອິນເດຍ ຊື່ທ້າວ ຊານໂຕສ ໂລຮານ ຄົນງານກໍ່ສ້າງລາງລົດໄຟ ອາຍຸ 35 ປີ ໃນເມືອງລາຊູລີ ຂອງລັດພິຫານ ເຂົາໄດ້ຖືກງູກັດ ຈຶ່ງໄດ້ຈັບງູໂຕດັ່ງກ່າວມາກັດຄືນຈົນຕາຍ.

ຕາມການລາຍງານຂະນະເກີດເຫດ ທ້າວ ຊານໂຕສກຳລັງນອນລັບຢູ່ໃນເຮືອນພັກເຊົາຄົນງານ ຢູ່ດີກໍມີງູໂຕໜຶ່ງເລືອເຂົ້າໄປກັດ ແຕ່ແທນທີ່ຊິຕົກໃຈ ຊານໂຕສຕັດສິີນໃຈຈັບງູຂຶ້ນມາກັດ 3 ຄັ້ງຈົນງູໂຕນັ້ນຕ້ອງຕາຍ

ສ່ວນທາງເຈົ້າໜ້າທີ່ໄດ້ນຳພາຊານໂຕສ ໄປຮັກສາຢູໂຮງໝໍໃກ້ຄຽງໂດຍແພດທີ່ຮັກສາລະບຸວ່າ: ທ້າວ ຊານໂຕສໄດ້ປອດໄພດີແລ້ວ ຂະນະທີ່ ທ້າວ ຊານໂຕສ ອະທິບາຍວ່າ: ນີ້ເປັນຄວາມເຊື່ອຂອງໝູ່ບ້ານລາວ ເມື່ອຖືກງູກັດຕ້ອງກັດງູຄືນ 2 ຄັ້ງ ເພື່ອໃຫ້ເຮົາບໍ່ໄດ້ຮັບພິດຂອງງູ.

ແຫຼ່ງຂ່າວ: ຂ່າວສົດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...