Homeຂ່າວຕ່າງປະເທດຂະບວນລົດໄຟຮອບປະຖົມມະເລິກ ນະຄອນຫຼວງວຽງຈັນ-ກຸງເທບ

ຂະບວນລົດໄຟຮອບປະຖົມມະເລິກ ນະຄອນຫຼວງວຽງຈັນ-ກຸງເທບ

Published on

ສຳນັກຂ່າວເດລີນິວ ປະເທດໄທລາຍງານໃນວັນທີ 2 ກໍລະກົດ 2024 ຜ່ານມາ, ການລົດໄຟແຫ່ງປະເທດໄທ ຈະເປີດຂະບວນລົດລະຫວ່າງປະເທດ ຂະບວນລົດໄວທີ່ 133 ເສັ້ນທາງກຸງເທບອະພິວັດ-ນະຄອນຫຼວງວຽງຈັນ (ຄຳສະຫວາດ) ເຊິ່ງຈະເປັນຮອບປະຖົມມະເລີກ ໂດຍຈະເດີນທາງອອກຈາກສະຖານີກຸງເທບອະພິວັດ ໃນເວລາ 21:25 ໂມງຂອງວັນທີ 19 ກໍລະກົດ 2024 ແລະ ຈະເດີນທາງມາຮອດສະຖານີນະຄອນຫຼວງວຽງຈັນ (ຄຳສະຫວາດ) ໃນວັນທີ 20 ກໍລະກົດ 2024 ເວລາ 09:05 ໂມງ.

ຕາມການລາຍງານ ເມື່ອເດີນທາງມາຮອດສະຖານີນະຄອນຫຼວງວຽງຈັນແລ້ວ ຜູ້ໂດຍສານສາມາດໃຊ້ບໍລິການລົດໂດຍສານຂົນສົ່ງສາທາລະນະ ເຊິ່ງໄດ້ຈັດກຽມໄວ້ບໍລິການແກ່ນັກທ່ອງທ່ຽວເຊັ່ນ: ລົດຕູ້, ລົດສາມລໍ້ ແລະ ລົດແທັກຊີ່ ເພື່ອອຳນວຍ–ຄວາມ-ສະດວກໃນການເດີນທາງເຂົ້າສູ່ຕົວເມືອງນະຄອນຫຼວງວຽງຈັນ ໄລຍະທາງປະມານ 7-9 ກິໂລແມັດ ນອກຈາກນີ້ນັກທ່ອງທ່ຽວຍັງສາມາດເດີນທາງຕໍ່ໄປປະເທດຈີນໄດ້ດ້ວຍລົດໄຟລາວ-ຈີນ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ.

ເບື້ອງຕົ້ນຂະບວນລົດໄຟຈະໃຫ້ບໍລິການໃນເສັ້ນທາງກຸງເທບອະພິວັດ-ວຽງຈັນ (ຄຳສະຫວາດ) ຈະເປັນຂະບວນລົດໄຟທີ່ໃຫ້ບໍລິການເສັ້ນດຽວກັນກັບ ເສັ້ນທາງກຸງເທບ-ໜອງຄາຍ ມີໄລຍະທາງ 614 ກິໂລແມັດ ເຊິ່ງໃຫ້ບໍລິການມື້ລະ 6 ຖ້ຽວ(ໄປ-ກັບ) ໂດຍມີທັງຂະບວນ ລົດດ່ວນ, ລົດດ່ວນພິເສດ ແລະ ລົດໄວ ໃຊ້ໄລຍະເວລາໃນການເດີນທາງ 9-10 ຊົ່ວໂມງ.

ຢ່າງໃດກໍຕາມສ່ວນລາຄາ ແລະ ຖ້ຽວໂດຍສານ ຕ້ອງໄດ້ລໍຖ້າຕິດຕາມມື້ເປີດຢ່າງເປັນທາງການໄປພ້ອມໆກັນ.

ແຫຼ່ງຂ່າວ: DAILYNEWS

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...