Homeຂ່າວພາຍ​ໃນນາຍົກລາວ-ໄທ ແລກປ່ຽນຄວາມຄິດເຫັນ

ນາຍົກລາວ-ໄທ ແລກປ່ຽນຄວາມຄິດເຫັນ

Published on

ໃນວັນທີ 3 ກໍລະກົດ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.

May be an image of 1 person

ການໂອ້ລົມໂທລະສັບຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທັງສອງປະເທດ ໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ໄທ ຄັ້ງຜ່ານມາ ເປັນຕົ້ນ ການຮ່ວມມືທາງດ້ານເສດຖະກິດ, ການອໍານວຍຄວາມສະດວກ ໃນການເຊື່ອມໂຍງເຊື່ອມຈອດຕາຂ່າຍໄຟຟ້າ ພາຍໃຕ້ໂຄງການໄຟຟ້າ ລາວ-ມາເລເຊຍ-ສິງກະໂປ.

May be an image of 4 people and text

ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດ ໂດຍມອບໃຫ້ສູນກາງ ແລະ ທ້ອງຖິ່ນ ຮ່ວມມືກັນໃນການສະກັດກັ້ນ ແລະ ປາບປາມຢາເສບຕິດ ໂດຍມີການແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ເພີ່ມທະວີການລາດຕະເວນຮ່ວມກັນ ໃຫ້ຫຼາຍຂຶ້ນ ແລະ ການສະໜັບສະໜູນສ້າງຄວາມເຂັ້ມແຂງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ, ໂດຍສະເພາະ ຄະນະກໍາມະການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ (GBC) ແລະ ຄະນະກໍາມະການລາວ-ໄທ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ກໍຄື ຫ້ອງການປະສານງານຄວບຄຸມຢາເສບຕິດ ຕາມຊາຍແດນ (BLO) ແລະ ບັນດາແຂວງ-ຈັງຫວັດຊາຍແດນ ລາວ-ໄທ.

King of Thailand endorses Srettha's cabinet

ໃນໂອກາດດຽວກັນ, ທ່ານ ເສດຖາ ທະວີສິນ ໄດ້ແຈ້ງໃຫ້ການສະໜັບສະໜູນງົບປະມານ ຈໍານວນໜຶ່ງ ເພື່ອປະກອບສ່ວນສ້າງສູນຝຶກອົບຮົມ ແລະ ວິໄຈກາເຟ ຂອງສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນ, ເຊິ່ງເປັນໂຄງການປູກພືດທົດແທນການປູກຝິ່ນ ພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການສະຫະປະຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາດຊະຍາກໍາ ປະຈໍາ ສປປ ລາວ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...