Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ

ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ

Published on

ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງໃຫ້ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.

ສຳລັບທູດຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫລວງວຽງຈັນ ທີ່ເຂົ້າຍື່ນສານຕາຕັ້ງປະກອບມີ: ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ. ສ່ວນທູດ ຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ຕ່າງປະເທດ ປະກອບມີ: ທ່ານ ຮວນ ກາຣໂລສ ເຟຣນານເດັດສ ຈົວເຣັດສ໌ (Juan Carlos Fernandes Juarez) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ປະຈໍາ ສປປ ລາວ, ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ອາເທີ ວິນລຽມສ໌ (Arthur Williams) ເອກອັກຄະລັດຖະທູດ ແຫ່ງ ຈາໄມກາ ປະຈໍາ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ,ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ໂມຮຳມັດ ລູດຟໍ ຣາມານ (Mohammad Lutfor Rahman) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ບັງກະລາເທດ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ມູຮາມມັດ ຮັດຊານຽນ ຄັດດາມ (Muhammad Hasanein Khaddam) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ, ທ່ານ ນາງ ດາເນຍລາ ບຣິນດູຊາ ບາຊາແວນ (Daniela-Bindusa Bazavan), ເອກອັກຄະລັດຖະທູດ ແຫ່ງ ຣູມານີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ນາງ ເດຍດຣີ ນິ ຟາລູອິນ (Deirdre Ni Fhalluin) ເອກອັກຄະລັດຖະທູດ ແຫ່ງ ອຽກລັງ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງນຳກັນ ຈົນເຖິງ ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ.

ພ້ອມນີ້, ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນໂອກາດນີ້, ທ່ານປະທານປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ບັນດາທ່ານທູດ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ, ໃນຕອນທ້າຍ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາຜູ້ນໍາຂອງທູດປະເທດເພື່ອນມິດທັງໝົດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ໃນຂະນະດຽວກັນ, ບັນດາທູດທັງໝົດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ທ່ານ ປະທານປະເທດແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ພ້ອມນີ້, ກໍເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ສືບຕໍ່ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດຂອງລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ, ທ່ານ ບຸນທະວີ ວິລະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຊູແອດ, ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ແລະ ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...