Homeຂ່າວຕ່າງປະເທດອິນເດຍຢຽບກັນຕາຍ 121 ຄົນໃນພິທີທາງສາດສະໜາ

ອິນເດຍຢຽບກັນຕາຍ 121 ຄົນໃນພິທີທາງສາດສະໜາ

Published on

ສຳນັກຂ່າວຕ່າງປເທດລາຍງານໃນວັນທີ 2 ກໍລະກົດ 2024 ຜ່ານມາ, ເກີດເຫດການສະຫຼົດໃນອິນເດຍ ຂະນະທີ່ຜູ້ຄົນຈຳນວນຫຼາຍກຳລັງລວມໂຕກັນເພື່ອຮ່ວມພິທີທາງສາດສະໜາຮິນດູ ທີ່ຢູ່ໃຫ້ກັບເມືອງ ຫາຖະຣັສ ທາງຕອນເໜືອຂອງປະເທດອິນເດຍ ແຕ່ເກີດເຫດການບໍ່ຄິດຂຶ້ນເມື່ອຄົນຈຳນວນຫຼາຍພາກັນແອອັດ ແລະ ຢຽບກັນຕາຍ ໂດຍຫຼ້າສຸດມີລາຍງານຜູ້ເສຍຊີວິດແລ້ວຢ່າງນ້ອຍ 121 ຄົນ.

ຕາມການລາຍງານເບື້ອງຕົ້ນໄດ້ລະບຸວ່າ: ເຫດການດັ່ງກ່ວເກີດຂຶ້ນຫຼັງຈາກພາຍຸຝຸ່ນພັດເຂົ້າ ຈົນເຮັດໃຫ້ຜູ້ທີ່ກຳລັງຍ່າງແນມບໍ່ເຫັນທາງດ້ານໜ້າ ຈົນເກີດຄວາມວຸ່ນວາຍຂຶ້ນ ແລະ ເປັນສາເຫດເຮັດໃຫ້ຢຽບກັນຕາຍ ໂດຍຜູ້ເສຍຊີວິດສ່ວນໃຫຍເປັນຜູ້ຍິງກັບເດັກນ້ອຍ ນອກຈາກນີ້ຍັງມີລາຍງານຜູ້ໄດ້ຮັບບາດເຈັບອີກຫຼາຍສິບຄົນ.

ສຳນັກຂ່າວເອເອັບພີລາຍງານວ່າມີຜູ້ເຂົ້າຮ່ວມພິທີທາງສາສະໜາດັ່ງກ່າວຫຼາຍກວ່າ 15,000 ຄົນ ທັງທີ່ໄດ້ຮັບອະນຸຍາດໃຫ້ຈັດພຽງແຕ່ 5,000 ຄົນເທົ່ານັ້ນ.

ແຫຼ່ງຂ່າວ: ມະຕິຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...