Homeຂ່າວພາຍ​ໃນສະເໜີຫຼາຍບັນຫາຜ່ານເບີສາຍດ່ວນ 156

ສະເໜີຫຼາຍບັນຫາຜ່ານເບີສາຍດ່ວນ 156

Published on

ທ່ານນາງ ອຳໄພວອນ ລ້ອມບຸນແພງ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ແຕ່ວັນທີ 10 ມິຖຸນາ-ວັນທີ 2 ກໍລະກົດ 2024 ມີປະຊາຊົນ ໃນຂອບເຂດທົ່ວປະເທດສົ່ງຄໍາຄິດຄໍາເຫັນຜ່ານໂທລະສັບສາຍດ່ວນໂດຍບໍ່ເສຍຄ່າ(156) ຈໍານວນ 860 ສາຍ, ສາມາດສັງລວມເປັນ 455 ເລື່ອງ, ເຊິ່ງພົວພັນເຖິງສະພາບການພັດທະ ນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາໄພເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

No photo description available.

No photo description available.

ທ່ານຍັງໃຫ້ຮູ້ຕື່ມວ່າ: ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມໄດ້ສັງລວມແລ້ວ ຈະມອບໃຫ້ກຳ ມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບບັນດາກະຊວງ, ພາກສ່ວນກ່ຽວຂ້ອງກໍ່ຄືອຳນາດອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າຊອກວິທີແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການເພື່ອຕອບສະໜອງຄວາມຄອງຄອຍຂອງປະຊາຊົນລາວບັນດາເຜົ່າ.

ຂ່າວ: ວສລ  ພາບ: ປະຊາຊົນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...