spot_img
Homeຂ່າວກິລາທັບນັກກິລາລາວ ບັນລຸເປົ້າ 2 ຫຼຽນຄຳຮຽບຮ້ອຍ ຫຼັງເປຕັງຄວ້າອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນ ມ.ອາຊຽນ ຄັ້ງທີ...

ທັບນັກກິລາລາວ ບັນລຸເປົ້າ 2 ຫຼຽນຄຳຮຽບຮ້ອຍ ຫຼັງເປຕັງຄວ້າອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນ ມ.ອາຊຽນ ຄັ້ງທີ 21

Published on

ທັບນັກກິລາ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີ ສາມາດສູ້ຊົນຈົນບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍແລ້ວ ຫຼັງຫຼ້າສຸດນັກກິລາເປຕັງປະເພດຄູ່ຊາຍ ໂຊຟອມເກັ່ງເອົາຊະນະນັກກິລາຈາກປະເທດໄທ ໃນນັດຊີງຊະນະເລີດ ຄວ້າຫຼຽນຄໍາມາຄອງອີກ 1 ຫຼຽນ. ຂະນະທີ່ ປະເພດຄູ່ຍິງ ກໍສາມາດຄວ້າອີກ 1 ຫຼຽນເງິນມາຄອງໄດ້ສຳເລັດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.

ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີຫ້າ ໃນວັນທີ 30 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດຄູ່ຊາຍ ແລະ ຄູ່ຍິງ. ສໍາລັບນັກກິລາລາວ ປະເພດຄູ່ຊາຍ 1 ປະກອບມີ ທ້າວ ວິລະສັກ ລາດສະວົງ ແລະ ທ້າວ ແສງອາລຸນ ຊາທອງຍົດ ແລະ ປະເພດຄູ່ຊາຍ 2 ປະກອບມີ ທ້າວ ປີ່ໂນ ພັນທະລີ ແລະ ທ້າວ ສອນໄຊ ໄຊຍະວັນ. ສ່ວນປະເພດຄູ່ຍິງ ປະກອບມີ ນາງ ນ່ອນນີ ພັນທະລີ ແລະ ນາງ ໄກ່ທອງ ແກ້ວພິລາ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ເຊຍຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ລາຍການປະເພດຄູ່ຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຈາກ 5 ຊາດອາຊຽນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຮອບຊິງຊະນະເລີດພົບກັບທີມໄທ ຜົນປາກົດວ່າ: ລາວສາມາດໂຊຟອມເກັ່ງສາມາດເອົາຊະນະ 13-0 ຄະແນນ ຄວ້າອີກ 1 ຫຼຽນຄໍາມາຄອງໄດ້ຢ່າງສົມສັກສີ. ສ່ວນຫຼຽນເງິນແມ່ນຕົກເປັນຂອງຄູ່ນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງເຈົ້າພາບ ອິນໂດເນເຊຍສໍາລັບຄູ່ຊາຍ 2 ຂອງລາວ ແມ່ນຕົກຮອບ.

ຂະນະທີ່ປະເພດຄູ່ຍິງ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຈາກ 6 ຊາດ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ບຣູໄນ ດາຣູຊາລາມ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມນັກກິລາລາວ ສາມາດຜ່ານເຂົ້າໄປຮອດຮອບຊິງພົບກັບໄທ ແຕ່ທີມນັກກິລາລາວເຮົາສູ້ບໍ່ໄຫວ ເສຍ 5-13 ຄະແນນ ຈຶ່ງຄວ້າພຽງຫຼຽນເງິນມາຄອງອີກ 1 ຫຼຽນ. ສ່ວນຫຼຽນຄໍາຕົກເປັນຂອງນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງນັກກິລາຈາກກຳປູເຈຍ.

ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 2 ຫຼຽນຄໍາ ຈາກປະເພດຊຸດຕິງຊາຍ ແລະ ຄູ່ຊາຍ, 2 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ ຄູ່ຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສົ່ງຜົນໃຫ້ທັບນັກກິລາລາວ ສາມາດບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.

ແຫຼ່ງຂ່າວ: Lao Sports Media

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...