Homeຂ່າວພາຍ​ໃນຮັບຮອງ2 ກົດໝາຍສະບັບປັບປຸງ

ຮັບຮອງ2 ກົດໝາຍສະບັບປັບປຸງ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານຄືນ ການປັບປຸງກົດໝາຍ ວ່າດ້ວຍການທ່ອງທ່ຽວ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຄືນການປັບປຸງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາກົດໝາຍສະບັບປັບປຸງ 2 ສະບັບ ດັ່ງກ່າວ, ດ້ວຍຄະແນນສຽງ ເຫັນດີເປັນສ່ວນຫຼາຍ.

May be an image of 4 people and text

ສຳລັບກົດໝາຍວ່າດ້ວຍການທ່ອງທ່ຽວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເປັນເຄື່ອງມື ແລະ ບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການທ່ອງທ່ຽວ ໃຫ້ມີຄວາມທັນສະໄໝ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີຄວາມຄ່ອງຕົວ, ແທດເໝາະ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ; ອໍານວຍຄວາມສະດວກໃຫ້ແກ່ການລົງທຶນ, ການພັດທະນາ, ການຄຸ້ມຄອງ, ການຊຸກຍູ້ສົ່ງເສີມກິດຈະການການທ່ອງທ່ຽວ.

May be an image of 4 people and text

ສ່ວນກົດໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາາງການ ຈະເຮັດໃຫ້ລະດັບການປົກປ້ອງອາຊະຍາກຳທາງດ້ານການເງິນສູງຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນຕໍ່ລະບົບເສດຖະກິດ-ການເງິນ ຂອງນັກລົງທຶນ ແລະ ນໍາໄປສູ່ການເຕີບໂຕທີ່ດີຂຶ້ນຂອງພາກທຸລະກິດ, ຈະເຮັດໃຫ້ມີບ່ອນອີງດ້ານນິຕິກຳໃນການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດໃຫ້ລະບົບການເງິນ ຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...