Homeຂ່າວພາຍ​ໃນສາລະວັນ ກູ້ລະເບີດ 431 ສະໜາມ

ສາລະວັນ ກູ້ລະເບີດ 431 ສະໜາມ

Published on

ອີງຕາມຂໍ້ມູນທີ່ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ລາຍງານຜ່ານລະບົບອອນລາຍຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງແຫ່ງ ຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ ໃຫ້ຮູ້ວ່າ: ສາລະວັນເປັນແຂວງໜຶ່ງທີ່ຖືກຖິ້ມລະເບີດໃສ່ເປັນອັນດັບຕົ້ນໆ ຂອງ ສປປ ລາວ, ໂດຍສະເພາະແມ່ນເຂດທີ່ມີການເຄື່ອນໄຫວລຽບຕາມເສັ້ນທາງໂຮ່ຈິມິນ, ໂດຍມີການຢັ້ງ ຢືນການຖິ້ມລະເບີດໃສ່ແຂວງສາລະວັນ ຈາກຖານຂໍ້ມູນແຫ່ງຊາດ ຈໍານວນທັງໝົດ 19.514.200 ໜ່ວຍ ແລະ ບໍ່ທັນສາມາດຮູ້ໄດ້ວ່າມີຈໍານວນຈັກໜ່ວຍທີ່ບໍ່ທັນແຕກ (ບໍ່ມີໃນຖານຂໍ້ມູນແຫ່ງຊາດ)

No photo description available.

ມາຮອດປັດຈຸບັນ ສາມາດກວດກູ້ ແລະ ທໍາລາຍໄປແລ້ວ ທັງໝົດ 168,033 ໜ່ວຍ, ຈໍານວນບ້ານທີ່ຢັ້ງຢືນໄດ້ວ່າ ມີຄວາມອັນຕະລາຍ (CHAs) ມີທັງໝົດ 326 ບ້ານ ໃນ 7 ເມືອງເປົ້າໝາຍ ຂອງແຂວງ, ມີສະໜາມສໍາຫຼວດ ແລະ ກວດກູ້ທັງໝົດ 2,622 ສະໜາມ, ໄດ້ສໍາເລັດການກວດກູ້ແລ້ວ ທັງໝົດ 431 ສະໜາມ ແລະ ສະ ໜາມຍັງບໍ່ທັນໄດ້ມີການສໍາຫຼວດ ແລະ ກວດກູ້ ທັງໝົດ 2,191 ສະໜາມ.

No photo description available.

ທ່ານໃຫ້ຮູ້ຕື່ມວ່າ: ຢູ່ແຂວງສາລະວັນ ຍັງມີເຫດການລະເບີດຕົກຄ້າງແຕກໃສ່ປະ ຊາຊົນໃນທຸກປີ ຊຶ່ງໃນໄລຍະຜ່ານຈົນຮອດປັດຈຸບັນນີ້ ມີອຸບັດເຫດເກີດຂຶ້ນທັງໝົດ 59 ຄັ້ງ, ມີຜູ້ຖືກເຄາະຮ້າຍທັງໝົດ 103 ຄົນ, ບາດເຈັບ 74 ຄົນ, ເສຍຊີວິດ 29 ຄົນ.
ພ້ອມນີ້ທ່ານ ໄດ້ສະເໜີຄະນະກໍາມະການຂັ້ນແຂວງ ແລະ ກອງເລຂາ ຕ້ອງໄດ້ມີກົນໄກການປະຊຸມ 6 ເດືອນ ແລະ 1 ປີ, ການເລືອກພື້ນທີ່ບຸລິມະສິດຂອງແຂວງ, ເປັນຕົ້ນແມ່ນຄວາມຕ້ອງການ ໃນການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ໃນພື້ນທີ່ຂອງການກໍ່ສ້າງ ຫຼື ເຂດພັດທະນາຂອງແຂວງ ແລະ ອື່ນໆ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...