Homeຂ່າວພາຍ​ໃນກຕສ ອອກແຈ້ງການ ເຫດການໄຟໄໝ້

ກຕສ ອອກແຈ້ງການ ເຫດການໄຟໄໝ້

Published on

ອີງຕາມແຈ້ງການຂອງກະຊວງ ເຕັກໂນໂລຊີ-ການສື່ສານ ລົງເມື່ອວັນທີ 27 ມິຖຸນາ 2024 ກ່ຽວກັບການເກີດອຸບັດຕິເຫດ ອັກຄີໄພ (ໄຟໄໝ້) ຕຶກອາຄານ ຫ້ອງການ ກະຊວງ ເຕັກໂນໂລຊີ-ການສື່ສານ (ໃນເຂດສຳນັກງານນາຍົກລັດຖະມົນຕີ) ບ້ານນາໄຮ່ດຽວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2024.

May be an image of text

ເຊິ່ງເນື້ອໃນແຈ້ງການໄດ້ລະບຸວ່າ: ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ມອດໄຟໄດ້ລະດົມກໍາລັງເຂົ້າດໍາເນີນການມອດໄຟໄດ້ຢ່າງທັນການ ດ້ວຍເຫດນີ້, ຈຶ່ງຮັບປະກັນຄວາມປອດໄພໄດ້ຮ້ອຍສ່ວນ ຮ້ອຍ (100%) ໃຫ້ແກ ່ ພະນັກງານທຸກຄົນທີ່ປະຈໍາການຢູ່ໃນຕຶກອາຄານດັ່ງກ່າວ, ລວມທັງອຸປະກອນທາງດ້ານໄອທີ, ຂໍ້ມູນ ແລະ ເອກະສານທັງໝົດ ແມ່ນບໍ່ໄດ້ຮັບຄວາມເສຍຫາຍແຕ່ປະການໃດ, ມີພຽງໂຕະຕັ່ງ ແລະ ເຄື່ອງຮັບໃຊ້ຈໍານວນໜຶ່ງຢູ່ຫ້ອງປະຊຸມບ່ອນເກີດເຫດທີ່ຢູ່ຊັ້ນ 2 ແລະ ຫ້ອງການ 1 ຫ້ອງ ຢູ່ຊັ້ນຖັດຂຶ້ນໄປຄື ຊັ້ນ 3 ເທົ່ານັ້ນທີ່ໄດ້ຮັບຄວາມເສຍຫາຍ.

May be an image of fire and text

ສ່ວນສາເຫດຂອງການເກີດເຫດອັກຄີໄພຄັ້ງນີ້ ພາກສ່ວນສືບສວນສອບສວນ ຈະແຈ້ງໃຫ້ຊາບຕາມພາຍຫຼັງ. ອີກຄັ້ງຫນຶ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຢັ້ງຢືນວ່າ ເຫດການຄັ້ງນີ້ ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຮັບຊາບດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...