Homeຂ່າວພະຍາກອນອາກາດພະຍາກອນອາກາດປະຈໍາວັນທີ 25 ມິຖຸນາ 2024, ເວລາ 12:00 ໂມງ

ພະຍາກອນອາກາດປະຈໍາວັນທີ 25 ມິຖຸນາ 2024, ເວລາ 12:00 ໂມງ

Published on

ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກເຫນືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ທີ່ມີກໍາລັງແຮງປານກາງພັດປົກຄຸມ. ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເຫນືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 19–26 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວ ໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນະພູມໃນລະຫວ່າງ 22–34 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 24–30 ອົງສາ.

ພາກກາງ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%ຂອງພາກ, ອຸນຫະພູມໃນລະຫວ່າງ 22−30 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຕ່ອຍ ຫາ ປານກາງເປັນບາງໂອກາດ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 20–28 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ສູນຫະພູມໃນ ລະຫວ່າງ 20–35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີ ລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 5o%. ອຸນຫະພູມໃນ ລະຫວ່າງ 16–24 ອົງສາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...