Homeຂ່າວຕ່າງປະເທດຍົນມາເລເຊຍເກີດເຫດຂັດຂ້ອງ

ຍົນມາເລເຊຍເກີດເຫດຂັດຂ້ອງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ໃນວັນທີ 24 ມິຖຸນາທີ່ຜ່ານມາ, ເຮືອບິນຂອງສາຍການບິນມາເລເຊຍ ແອລາຍ ຖ້ຽວບິນ “MH780” ອອກເດີນທາງຈາກນະຄອນຫຼວງກົວລາລຳເປີ ມາຍັງ ສະໜາມບິນສຸວັນນະພູມ ປະເທດໄທ ໄດ້ເກີດເຫດຂັດຂ້ອງທາງດ້ານລະບົບຄວບຄຸມຄວາມດັນຂອງເຮືອບິນ, ເມື່ອເກີດເຫດການດັ່ງກ່າວຂຶ້ນ, ນັກບິນໄດ້ທຳການບັງຄັບເຮືອບິນໃຫ້ກັບຄືນໄປຍັງ ນະຄອນຫຼວງກົວລາລຳເປີອີກຄັ້ງ ເພື່ອຄວາມປອດໄພ.

ທາງດ້ານເວັບໄຊ້ “Flightradar24” ທີ່ຕິດຕາມເສັ້ນທາງການບິນແບບໃກ້ຊິດ ໄດ້ເປີດເຜີຍວ່າ: ເຮືອບິນລຳດັ່ງກ່າວໄດ້ມີການແຈ້ງເຫດສຸກເສີນ, ນັກບິນໄດ້ລະບຸວ່າ: ຂະນະທີ່ເຮືອບິນຫຼຸດລະດັບລົງໄປຢູ່ທີ່ 10,000 ຟຸດ, ກໍພົບວ່າ ເຮືອບິນມີປັນຫາກ່ຽວກັບລະບົບຄວບຄຸມຄວາມດັນ, ຈຶ່ງຕັດສິນໃຈນຳເຮືອບິນກັບຄືນມາຍັງສະໜາມບິນຕົ້ນທາງອີກຄັ້ງ.

May be an image of map and text

ເຮືອບິນລຳດັ່ງກ່າວ, ມີຜູ້ໂດຍສານ 164 ແລະ ໄດ້ກັບມາຍັງສະໜາມບິນຕົ້ນທາງໄດ້ຢ່າງປອດໄພ, ຕໍ່ກັບເຫດການທີ່ເກີດຂຶ້ນ ທາງດ້ານຜູ້ຊ່ຽວຊານ ແລະ ເຈົ້າໜ້າທີ່ ຈະທຳການສືບສວນຫາສາເຫດທີ່ເຮັດໃຫ້ເກີດເຫດການດັ່ງກ່າວຂຶ້ນ.

ຂ່າວ: apnews

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...