Homeຂ່າວຕ່າງປະເທດອຸທາຫອນ! ຍິງສາວຊາວອິນໂດເນເຊຍ ລົ້ມຈາກເຄື່ອງແລ່ນຕົກລົງປ່ອງຢ້ຽມຢູ່ຊັ້ນສາມ ເຮັດໃຫ້ເສຍຊີວິດ

ອຸທາຫອນ! ຍິງສາວຊາວອິນໂດເນເຊຍ ລົ້ມຈາກເຄື່ອງແລ່ນຕົກລົງປ່ອງຢ້ຽມຢູ່ຊັ້ນສາມ ເຮັດໃຫ້ເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2024 ນີ້ກ່ຽວກັບເຫດການບໍ່ຄາດຄິດເມື່ອຍິງສາວຊາວອິນໂດເນເຊຍ ອາຍຸ 22 ປີ ໃຊ້ເຄື່ອງແລ່ນຢູ່ດີໆກໍເກີດລົ້ມ ແລ້ວພັດຕົກລົງຈາກປ່ອງຢ້ຽມທາງຫຼັງ ເຮັດໃຫ້ຕົກມາຈາກຊັ້ນ 3 ລົງໃສ່ພຶ້ນຢ່າງຮຸນແຮງຈົນເຮັດໃຫ້ເສຍຊີວິດ.

ຕາມການລາຍງານ ຍິງສາວຄົນນີ້ໄດ້ເດີນທາງໄປອອກກຳລັງກາຍກັບແຟນ ແລະ ນ້ອງ ໂດຍເບື້ອງຕົ້ນແຟນໜຸ່ມໄດ້ຊວນຍິງຄົນດັ່ງກ່າວອອກກຳລັງກາຍນຳກັນໃນຊັ້ນ 2 ແຕ່ນາງຢາກໃຊ້ເຄື່ອງແລ່ນໄຟຟ້າທີ່ຢູ່ຊັ້ນ 3 ເຊິ່ງເປັນບໍລິເວນທີ່ເກີດເຫດເຊິ່ງເຄື່ອງແລ່ນໄຟຟ້າໄດ້ຫັນທາງຫຼັງໃສ່ກັບປ່ອງຢ້ຽມ ຈາກນັ້ນນາງຈຶ່ງໄດ້ຂຶ້ນໄປໃຊ້ງານແຕ່ພາຍຫຼັງທີ່ໃຊ້ງານໄດ້ພຽງ 30 ນາທີກໍໄດ້ປັບເຄື່ອງຈາກໃຫ້ຊ້າລົງກ່ອນທີ່ຕົນເອງຈະລົ້ມຫງາຍຫຼັງ ແລ້ວຕົກລົງຈາກປ່ອງຢ້ຽມຂະນາດໃຫຍ່ທີ່ເປີດຢູ່ ເຮັດໃຫ້ຕົກລົງໄປຢູ່ລຸ່ມທ່າມກາງຄວາມແຕກຕື່ນຂອງຜູ້ທີ່ມາອອກກຳລັງກາຍຄົນອື່ນໆ.

ຫຼັງຈາກເກີດເຫດການນີ້ຂຶ້ນ ສູນອອກກຳລັງກາຍແຫ່ງນີ້ຕ້ອງໄດ້ປິດໃຫ້ບໍລິການ 3 ມື້ ຂະນະທີ່ການສືບສວນຂອງເຈົ້າໜ້າທີ່ພົບວ່າໄລຍະຫ່າງລະຫວ່າງປ່ອງຢ້ຽມ ກັບເຄື່ອງແລ່ນພຽງແຕ່ 60 ຊັງຕີແມັດ ແລະ ຂອບປ່ອງຢ້ຽມຢູ່ສູງຈາດລລລກພື້ນຊັ້ນສາມພຽງ 30 ຊັງຕີແມັດ ແຕ່ປ່ອງຢ້ຽມມີຄວາມກວ້າງ 90 ຊັງຕີແມັດ.

ເຊິ່ງຕອນນີ້ເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນວ່າສູນອອກກຳລັງກາຍແຫ່ງນີ້ມີການປ່ອຍປະລະເລີຍຈົນເກີດອຸບັດຕິເຫດ ແລະ ມີໃບອະນຸຍາດໃນການເປີດກິດຈະການຫຼືບໍ່ ແລະ ຍັງສອບສວນຜູ້ຢູ່ໃນເຫດການຫຼາຍຄົນອີກດ້ວຍ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...