Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງ ເຊກອງ ແລະ ສາລະວັນ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງ ເຊກອງ ແລະ ສາລະວັນ

Published on

ໃນວັນທີ 20 ມິຖຸນາ 2024 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງເຊກອງ ແລະ ສາລະວັນ ໂດຍມີເຫຼັກໄຫຼ ສີວິໄລ, ເຈົ້າແຂວງໆເຊກອງ ແລະ ທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະນຳຂອງສອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ໃນໄລຍະເຄື່ອນໄຫວຢູ່ແຂວງເຊກອງ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຕິດຕາມກວດກາເບິ່ງສະພາບການພັດທະນາໂຄງການຂຸດຄົ້ນຖ່ານຫີນ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ, ແຂວງເຊກອງ ເຫັນວ່າ ໂຄງການມີເນື້ອທີ່ສຳຫຼວດ ແລະ ຂຸດຄົ້ນ 700 ກວ່າກິໂລຕາແມັດ ເຊິ່ງຄາດວ່າຈະມີຖ່ານຫີນປະມານ 800 ລ້ານໂຕນ ໂດຍມີແຜນນໍາໃຊ້ຖ່ານຫີນດັ່ງກ່າວ ປະມານ 400 ລ້ານໂຕນ ເຂົ້າໃນໂຄງການໄຟຟ້າພະລັງງານຄວາມຮ້ອນ 1.800 ເມກາວັດ ທີ່ຈະກໍ່ສ້າງຢູ່ເມືອງກະລຶມ ໃນໄລຍະປີ 2025-2030 ແລະ ອີກ 400 ລ້ານໂຕນ ແມ່ນເພື່ອຂາຍຢູ່ພາຍໃນ ແລະ ຕ່າງປະເທດ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ຜູ້ພັດທະນາໂຄງການ ສືບຕໍ່ເອົາໃຈໃສ່ພັດທະນາໂຄງການຂອງຕົນ ໃຫ້ມີຄວາມຄືບໜ້າຕາມແຜນທີ່ກຳນົດໄວ້ໃນແຕ່ລະໄລຍະ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການທີ່ກ່ຽວຂ້ອງ; ເອົາໃຈໃສ່ຕໍ່ບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ປະກອບສ່ວນພັດທະນາໂຄງລ່າງພື້ນຖານຂອງທ້ອງຖິ່ນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະເສັ້ນທາງຄົມມະນາຄົມ, ການສົ່ງເສີມການຜະລິດ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ; ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ການຄຸ້ມຄອງແຮງງານຂອງໂຄງການ ເພື່ອເຮັດໃຫ້ການປະຕິບັດພັນທະຕ່າງໆ ທາງດ້ານແຮງງານ ໄດ້ຄົບຖ້ວນຕາມຕົວຈິງ ພ້ອມທັງກວດກາຄືນ ການນຳເຂົ້ານໍ້າມັນເຊື້ອໄຟເພື່ອຮັບໃຊ້ເຂົ້າໃນໂຄງການ, ລວມທັງ ຂອດການຊໍາລະສະສາງນໍ້າມັນເຊື້ອໄຟ ທີ່ໄດ້ນໍາໃຊ້ເຂົ້າໃນໂຄງການດັ່ງກ່າວ.

ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ ໃນຕອນບ່າຍຂອງວັນດຽວກັນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ໄປຢ້ຽມ ແລະ ຕິດຕາມສະພາບການບໍລິການເຂົ້າ-ອອກເມືອງ ຢູ່ດ່ານສາກົນລະໄລ ທີ່ເມືອງສະໝ້ວຍ, ແຂວງສາລະວັນ ເຫັນວ່າໄລຍະ 6 ເດືອນ ຕົ້ນປີ 2024 ມີຄົນເຂົ້າເມືອງ ທັງໝົດ 36,396 ເທື່ອຄົນ, ຄົນອອກເມືອງ 40,346 ເທື່ອຄົນ; ການເກັບລາຍຮັບ ໄດ້ 50.61 ຕື້ກີບ ເທົ່າກັບ 61% ຂອງແຜນການປີ; ສິນຄ້ານຳເຂົ້າ ສ່ວນໃຫຍ່ແມ່ນນໍ້າມັນເຊື້ອໄຟ, ຝຸ່ນວິທະຍາສາດ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ; ສິນຄ້າສົ່ງອອກ ສ່ວນ ໃຫຍ່ແມ່ນຖ່ານຫີນ ແລະ ຜະລິດຕະພັນກະສິກຳ ເປັນຕົ້ນ: ມັນຕົ້ນ, ຢາງພາລາ, ໝາກມ່ວງຫິມະພານ ແລະ ອື່ນໆ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະຄຸ້ມຄອງດ່ານດັ່ງກ່າວ ແລະ ຊີ້ນຳ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນສຳຫຼວດວັດ ແທກຂອບເຂດທີ່ດິນຂອງດ່ານ ເພື່ອອອກໃບຕາດິນຕາມລະບຽບການ; ສົມທົບກັບ ຂະແໜງໂຍທາທິການ ແລະ ຂົນສົ່ງ ໃນການສຳຫຼວດອອກແບບ ໂຄງລ່າງພື້ນຖານຂອງດ່ານ ຕາມມາດຖານເຕັກນິກ ທີ່ກຳນົດໄວ້ ທັງນີ້ ກໍ່ເພື່ອເປັນພື້ນຖານ ໃຫ້ແກ່ການພັດທະນາໂຄງລ່າງພື້ນຖານຂອງດ່ານ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ໄດ້ມາດຕະຖານ ແລະ ຮັບປະກັນຄວາມຍືນຍົງ.

ໃນຕອນແລງ ຂອງມື້ດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມຟາມລ້ຽງໄກ່ ປັນຍາຄູນ ທີ່ບ້ານໂນນໜອງຫວ້າ, ເມືອງລະມາມ ແຂວງເຊກອງ ຂອງບໍລິສັດ ການຄ້າຂາອອກ-ຂາເຂົ້າ ເມືອງລະມາມ ຈຳກັດຜູ້ດຽວ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...