Homeຂ່າວຕ່າງປະເທດກິນເຫຼົ້າເຖື່ອນ ເສຍຊີວິດ 36 ຄົນ

ກິນເຫຼົ້າເຖື່ອນ ເສຍຊີວິດ 36 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ວັນທີ 20 ມິຖຸນາທີ່ຜ່ານມາ, ທີ່ລັດທະມິນາບນາທູ, ປະເທດອິນເດຍ ເກີດເຫດເສົ້າສະຫຼົດໃຈຂຶ້ນ ຈາກການພົບຜູ້ເສຍຊີວິດ 36 ຄົນ ແລະ ປິ່ນປົວຢູ່ໂຮງໝໍອີກ 60 ກວ່າຄົນ, ສາເຫດມາຈາກການກິນເຫຼົ້າເຖື່ອນ ແລະ ບໍ່ໄດ້ມາດຕະຖານ, ເຮັດໃຫ້ພວກເຂົາມີອາການຮາກ, ເຈັບທ້ອງ ແລະ ຖອກທ້ອງ ຈົນຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍເຂດໃຫ້ຄຽງ.

At least 36 die in India after drinking tainted liquor

ຈາກເຫດການດັ່ງກ່າວທີ່ເກີດຂຶ້ນ, ເຈົ້າໜ້າທີ່ຕຳຫຼວດສາມາດຈັບກຸມຕົວຜູ້ຕ້ອງຫາ 4 ຄົນ, ໃນຂໍ້ຫາຈຳໜ່າຍເຫຼົ້າຜິດກົດໝາຍ, ພ້ອມຍຶດຂອງກາງເປັນເຫຼົ້າເຖື່ອນ 200 ຂວດອີກດ້ວຍ.

ຂ່າວ: reuters

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...