spot_img
Homeຂ່າວພາຍ​ໃນສານອຸດົມໄຊຕັດສິນ 2 ຈຳເລີຍຮ່ວມກັນໂກງເງິນ ເກືອບ 10 ຕື້

ສານອຸດົມໄຊຕັດສິນ 2 ຈຳເລີຍຮ່ວມກັນໂກງເງິນ ເກືອບ 10 ຕື້

Published on

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງສໍານວນຄະດີດັ່ງກ່າວໃນຫ້ອງປະຊຸມສານ ໃຫ້ຮູ້ວ່າ: ການກະທໍາຂອງນາງ ພອນວິໄລ (ຈໍາເລີຍ 1) ແລະ ທ້າວ ຂັນທະລີ (ຈໍາເລີຍ 2) ໃນຄັ້ງນີ້ມີຄວາມຜິດຕາມຂໍ້ກ່າວຫາແທ້ ຊຶ່ງສະແດງອອກຕາມຄໍາໃຫ້ການຂອງພວກຈຳເລີຍວ່າ: ນາງ ພອນວິໄລ ເລີ່ມຕິດຫຼິ້ນການພະນັນ ເຊັ່ນ: ຫຼີ້ນຕູ້ເກມ (ໂຣເລັກ), ຫຼີ້ນໄພ້, ຊື້ເລກເຖື່ອນ ແລະ ຫຼິ້ນເກມອອນລາຍ ຢູ່ໂທລະສັບມືຖື ຈຶ່ງໄດ້ຊອກຫາວິທີເພື່ອຍັກຍອກ, ສໍ້ໂກງເອົາເງິນຂອງສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ໄຊນິຍົມ ແລະ ສໍ້ໂກງເອົາຊັບຂອງປະຊາຊົນ ເພື່ອໄປຫຼີ້ນການພະນັນໂດຍຮູບການ ສ້າງເອກະສານປອມ ດ້ວຍຮູບການເອົາລາຍຊື່ ແລະ ປະຫວັດຂອງລູກຄ້າເງິນກູ້ເກົ່າ ທີ່ບໍ່ໄດ້ມີການເຄື່ອນໄຫວແລ້ວ ມາປະກອບເອກະສານເປັນລູກຄ້າຜູ້ສະເໜີກູ້ຢືມເງິນນໍາສະຖາບັນຄືນໃໝ່ ແລ້ວສົ່ງໃຫ້ສໍານັກງານໃຫຍ່ອະນຸມັດຕາມຂອບເຂດຄວາມຮັບຜິດຊອບ ຈຳນວນ 128 ບັນຊີ ລວມເປັນເງິນ 4.072.614.028 ກີບ;

ໃນນີ້, ໄດ້ຖອນເອົາເງິນຝາກປະຢັດ ຂອງລູກຄ້າທີ່ມາຝາກນໍາ ໜ່ວຍບໍລິການເມືອງສິງ ແຂວງຫຼວງນໍ້າທາ ຈໍານວນ 101 ບັນຊີ ລວມເປັນເງິນ ຈໍານວນ 657.891.000 ກີບ, ໄດ້ຖອນເອົາເງິນຝາກມີກຳນົດທີ່ລູກຄ້າມາຝາກນໍາໜ່ວຍ ບໍລິການເມືອງສິງ ທີ່ຮອດກຳນົດຖອນແລ້ວ ແຕ່ຜູ້ຝາກຍັງບໍ່ທັນມາຖອນ ຈຳນວນ 2 ບັນຊີ ລວມເປັນເງິນ ຈໍານວນ 81.750.000 ກີບ, ໄດ້ເອົາເງິນຝາກປະຢັດຂອງລູກຄ້າທີ່ ມາຝາກນໍາໜ່ວຍບໍລິການເມືອງສິງ ແຕ່ຜູ້ກ່ຽວບໍ່ເອົາເຂົ້າໃນລະບົບບັນຊີຂອງສະຖາບັນ ຈໍານວນ 1 ບັນຊີ ເປັນເງິນຈໍານວນ 64.020.566 ກີບ, ໄດ້ເອົາເງິນຂອງລູກຄ້າ ທີ່ມາຝາກແບບມີກຳນົດ ແຕ່ບໍ່ໄດ້ເອົາເຂົ້າໃນລະບົບ ຢູ່ໜ່ວຍບໍລິການ ເມືອງສິງ ໂດຍທີ່ບໍ່ເອົາເຂົ້າໃນລະບົບບັນຊີຂອງສະຖາບັນ, ມີແຕ່ຂຽນ ແລະ ເຊັນໃບຢັ້ງຢືນຝາກເງິນມີກຳນົດໃຫ້ຜູ້ທີ່ມາຝາກລວມມີ 51 ບັນຊີ ເປັນເງິນຈໍານວນ 3.188.144.000 ກີບ ແລະ ໃນ 51 ບັນຊີນີ້, ຈໍາເລີຍ 2 ເປັນຜູ້ເຊັນໃບຢັ້ງຢືນເງິນຝາກ 2 ບັນຊີ ມູນຄ່າ 1.000.000.000 ກີບ ແລະ ຈໍາເລີຍ 1 ໄດ້ໂອນເງິນເຂົ້າບັນຊີຂອງ ທ້າວ ພູລົມ ຕາມການແນະນໍາຂອງ ຈໍາເລີຍ 2 ຈໍານວນ 500.000.000 ກີບ, ຜູ້ກ່ຽວເອົາໄປໃຊ້ຈ່າຍສ່ວນຕົວ 500.000.000 ກີບ, ຕໍ່ມາ ຈໍາເລີຍ 1 ໄດ້ໂທຫາ ຈໍາເລີຍ 2 ໂດຍອ້າງວ່າ ນາງ ເອັງ ຕ້ອງການຖອນເງິນກ່ອນກໍານົດ, ຈໍາເລີຍ 2 ຈຶ່ງໂອນເງິນໃຫ້ ຈໍານວນ 452.538.000 ກີບ ເນື່ອງຈາກວ່າຖອນເງິນກ່ອນກຳນົດໄດ້ຄິດໄລ່ດອກເບ້ຍປັບໃໝ ແລະ ພາຍຫຼັງໄດ້ເງິນມາແລ້ວກໍເອົາໄປໃຊ້ ຈ່າຍສ່ວນຕົວໝົດ.

ນອກຈາກນີ້, ຈໍາເລີຍ 1 ຍັງໄດ້ບອກໃຫ້ ນາງ ຈັນສຸກ ວັນນະສີ ຢູ່ບ້ານ ນາແສນຄໍາ ເມືອງໄຊ, ແຂວງອຸດົມໄຊ ໃຫ້ໄປແນະນໍາໝູ່ຄູ່, ຄົນຮູ້ຈັກວ່າຖ້າຜູ້ໃດໄປກູ້ຢືມເງິນນໍາສະຖາບັນການເງິນຈຸລະ ພາກທີ່ບໍ່ຮັບເງິນຝາກໄຊນີຍົມ ມາໃຫ້ຈໍາເລີຍ 1 ແລ້ວຈະໃຫ້ຄ່າຕອບແທນ 10% ຂອງເງິນທີ່ກູ້ຢືມ, ສ່ວນການຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ສະຖາບັນ ຈໍາເລີຍ 1 ຈະເປັນຜູ້ຮັບຜິດຊອບເອງ; ນາງ ຈັນສຸກ ກໍໄດ້ໄປແນະນໍາ ແລະ ມີຜູ້ໄປກູ້ຢືມເງິນມາໃຫ້ ຈໍາເລີຍ 1 ຈໍານວນ 5 ຄົນ ລວມເປັນເງິນ ຈຳນວນ 48.652.000 ກີບ; ລວມຜົນເສຍຫາຍທັງໝົດທີ່ນາງ ພອນວິໄລ ( ຈໍາເລີຍ 1 ) ສ້າງຂຶ້ນມາ ຈໍານວນ 8.113.071.594 ກີບ.

ສ່ວນການກະທໍາຂອງ ທ້າວ ຂັນທະລີ (ຈໍາເລີຍ 2) ແມ່ນໄດ້ຊີ້ນຳໃຫ້ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກໄຊນິຍົມ ແຂວງ ອຸດົມໄຊ ເລີ່ມຮັບເງິນຝາກນັບແຕ່ປີ 2017 ເປັນຕົ້ນມາ ແລະ ແນະນໍາໃຫ້ ນາງ ພອນວິໄລ ສິງມີໄຊ (ຈຳເລີຍ 1) ຮັບຝາກເງິນຂອງລູກຄ້າ ຢູ່ໜ່ວຍບໍລິການ ເມືອງສິງ ແຂວງ ຫຼວງນໍ້າທາ ໂດຍບໍ່ໄດ້ຮັບການອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ດ້ວຍການສ້າງຜັງ 2 ຫຼື C2 ໂດຍນໍາໃຊ້ໂປຣແກມບັນຊີ MBwin ໃນການບັນທຶກລາຍການເຄື່ອນໄຫວທາງດ້ານບັນຊີ-ການເງິນຝາກຂອງລູກຄ້າ ເພື່ອຫຼີກລ້ຽງການເສຍພັນທະອາກອນ ແລະ ການແບ່ງເງິນປັນຜົນໃຫ້ລັດ ໂດຍບໍ່ໄດ້ລາຍງານ ຖານະການເງິນໃຫ້ສະພາບໍລິຫານ ແລະ ທະນາຄານແຫ່ງ ສປປ ລາວ ຮັບຊາບ ແລະ ໄດ້ລົງລາຍເຊັນໃສ່ໃບຢັ້ງຢືນເງິນຝາກມີກຳນົດ ຈໍານວນ 2 ໃບ ແລ້ວຝາກຫົວບິນໄປໃຫ້ ຈຳເລີຍ 1 ເພື່ອຮັບເງິນຝາກຂອງ ນາງ ເອັງ ຈໍານວນ 1.000.000.000 ກີບ ແລະ ຈໍາເລີຍ 2 ໄດ້ແນະນໍາໃຫ້ ຈໍາເລີຍ 1 ມອບເງິນສົດເຂົ້າບັນຊີຂອງທ້າວ ພູລົມ ພົມມະລາດ ຈໍານວນ 500.000.000 ກີບແທ້ ແຕ່ເງິນຈໍານວນດັ່ງກ່າວ ຈຳເລີຍ 1 ບອກວ່າລູກຄ້າຕ້ອງການຖອນກ່ອນ ກຳນົດ ຈໍາເລີຍ 2 ຈຶ່ງໄດ້ຄິດໄລ່ດອກເບ້ຍປັບໃໝແລ້ວໂອນເງິນຄືນໃຫ້ ຈໍາເລີຍ 1 ແລ້ວ ຈໍານວນ 452.538.000 ກີບ ແລະ ມາຮອດປັດຈຸບັນ ເງິນທີ່ຍັງເຫຼືອ ຈໍານວນ 47.462.000 ກີບ ນັ້ນ ຈໍາເລີຍ 2 ໄດ້ສົ່ງຄືນໃຫ້ແກ່ສະຖາບັນແລ້ວ.

ນອກຈາກນີ້, ຈຳເລີຍ 2 ຍັງໄດ້ຊີ້ນໍາໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຂຶ້ນແຜນລົງເຮັດວຽກຢູ່ໜ່ວຍບໍລິການ, ການຈັດຊື້-ຈັດຈ້າງ, ການຝຶກອົບຮົມ, ໄປທັດສະນະສຶກສາ ແລະ ການຂຶ້ນແຜນລາຍຈ່າຍອື່ນໆ ເກີນມູນຄ່າຕົວຈິງ ຈຳນວນ 861.496.083 ກີບ; ໃນນີ້, ຈໍາເລີຍ 2 ໄດ້ຮັບຜົນປະໂຫຍດ ຈໍານວນ 141.037.680 ກີບ, ແບ່ງປັນໃຫ້ພັກນັກງານ ຈຳນວນ 12 ຄົນ ເປັນເງິນຈໍານວນ 720.458.403 ກີບ ແລະ ຈໍາເລີຍ 2 ຍັງໄດ້ແນະນໍາໃຫ້ພະນັກງານ ສ້າງເອກະສານປອມ ແລະ ນໍາໃຊ້ເອກະສານປອມ ຊຶ່ງເກີດມີຄວາມເສຍຫາຍ ທັງໝົດ ຈໍານວນ 243.143.000 ກີບ ແລະ 89.000 ບາດ; ໃນນີ້, ຈໍາເລີຍ 2 ໄດ້ຮັບຜົນປະໂຫຍດ ຈໍານວນ 153.623.000 ກີບ ແລະ 49.000 ບາດ, ແບ່ງປັນໃຫ້ ພະນັກງານຜູ້ປະຕິບັດຕົວຈິງ ຈໍານວນ 2 ຄົນ ເປັນເງິນ ຈໍານວນ 89.520.000 ກີບ ແລະ 40.000 ບາດ; ( ຕໍ່ກັບພະນັກງານທັງ 12 ຄົນນັ້ນ ປັດຈຸບັນຄະນະສະເພາະກິດຂັ້ນແຂວງ ໄດ້ເກັບກູ້ເງິນຄືນໄດ້ ແລ້ວທັງໝົດ ແລະ ໄດ້ແກ້ໄຂດ້ວຍຮູບການປະຕິບັດວິໄນຕໍ່ພວກກ່ຽວໝົດແລ້ວ).

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...