Homeຂ່າວພາຍ​ໃນເຈລະຈາລາຄາໃໝ່ ປີ້ຍົນສະໜາມບິນບໍ່ແກ້ວ

ເຈລະຈາລາຄາໃໝ່ ປີ້ຍົນສະໜາມບິນບໍ່ແກ້ວ

Published on

ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງກ່ຽວກັບເຈລະຈາລາຄາປີ້ຍົນສະໜາມບິນບໍ່ແກ້ວຄືນໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້, ເຊິ່ງທ່ານໄດ້ກ່າວວ່າ: ສະໜາມບິນສາກົນບໍ່ແກ້ວ ເປັນການລົງທຶນຂອງພາກເອກະຊົນ ທີ່ໄດ້ເຊັນສັນຍາສໍາປະທານກັບກະຊວງແຜນການ ແລະ ການລົງທຶນ, ເຊິ່ງກະຊວງໂຍທາທິການ ແລະ ຂົນສົ່ງ ກໍາລັງເຈລະຈາສັນຍາຄຸ້ມຄອງ ແລະ ບໍລິການສະໜາມບິນດັ່ງກ່າວ ເພື່ອໃຫ້ສໍາເລັດໃນໄວໆນີ້. ການເຈລະຈາດັ່ງກ່າວຈະກໍານົດລາຄາຄ່າບໍລິການພາຍໃນສະໜາມບິນແຫ່ງນີ້ເພາະຖ້າຫາກເກັບຄ່າບໍລິການຢູ່ສະໜາມບິນສູງ ຈະເຮັດໃຫ້ລາຄາປີ້ເຮືອບິນສູງຂຶ້ນ.

ປັດຈຸບັນ, ລັດວິສາຫະກິດການບິນລາວ ຍັງບໍ່ໄດ້ບໍລິການໄປສະໜາມບິນແຫ່ງນີ້ເທື່ອ ເຊິ່ງກະຊວງໂຍທາທິການ ແລະ ຂົນສົ່ງ ພວມຊຸກຍູ້ສົ່ງເສີມຢູ່ ແຕ່ທາງການບິນລາວແຈ້ງມາວ່າ ຜູ້ສໍາປະທານສະໜາມບິນດັ່ງກ່າວເກັບຄ່າບໍລິການສູງເກີນໄປ ເຊິ່ງຈໍາເປັນຕ້ອງໄດ້ມີການເຈລະຈາກັນຄືນໃໝ່ ເພື່ອໃຫ້ລັດວິສາຫະກິດການບິນລາວ ສາມາດບິນບໍລິການບິນໄປສະໜາມບິນສາກົນບໍ່ແກ້ວໃຫ້ໄດ້ໃນອີກບໍ່ດົນນີ້.

ไม่มีคำอธิบายรูปภาพ

ສໍາລັບສະໜາມບິນສາກົນບໍ່ແກ້ວ ຕັ້ງຢູ່ເມືອງຕົ້ນເຜິ້ງ ຢູ່ໃກ້ກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂຄງການດັ່ງກ່າວ ເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວວລົບເມັ້ນ ຈຳກັດ 100% ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ສາມາດຮັບການລົງຈອດຂອງຍົນແອບັດສ໌ A320 ແລະ ໂບອິ່ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ມູນຄ່າການລົງທຶນທັງໝົດ 225,358,700 ໂດລາສະຫະລັດ, ອາຍຸສຳປະທານ 50 ປີ, ໂດຍໄດ້ມີພິທີເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 5 ກຸມພາທີ່ຜ່ານມາ.

ຂ່າວ: FM90,0

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...