spot_img
Homeຂ່າວພາຍ​ໃນ5 ເດືອນ ອັດຕະປືມີຜູ້ເສຍຊີວິດ 20 ຄົນ

5 ເດືອນ ອັດຕະປືມີຜູ້ເສຍຊີວິດ 20 ຄົນ

Published on

ໃນໄລຍະ 5 ເດືອນຕົ້ນປີ 2024 ຜ່ານມາ, ທົ່ວແຂວງ ອັດຕະປື ມີອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນ 176 ຄັ້ງ, ມີພາຫະນະເປເພ 294 ຄັນ, ມີຄົນໄດ້ຮັບບາດເຈັບ 249 ຄົນ ແລະ ເສຍຊີວິດ 20 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 7 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດຕິເຫດທັງໝົດເກືອບ 2 ຕື້ກີບ.

อาจเป็นรูปภาพของ 7 คน

ທ່ານ ຮ້ອຍເອກ ສົມໃຈ ນາມປະກາສິດ ຫົວໜ້າກອງສືບສວນ-ສອບສວນຄະດີອຸບັດເຫດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ສຳພາດໃນວັນທີ 13 ມິຖຸນາ 2024 ນີ້ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນ ໃນຂອບເຂດທົ່ວແຂວງອັດຕະປື ມີລັກສະນະເພີ່ມຂຶ້ນ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນການອຸບັດເຫດແລ້ວກໍ່ຕາມ, ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດຕິເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ອື່ນໆ, ອຸບັດເຫດສ່ວນໃຫຍ່ແມ່ນເກີດຂຶ້ນແຕ່ເວລາ 10 ໂມງ ຫາ 12 ໂມງ ແລະ ອຸບັດເຫດທີ່ເກີດຂຶ້ນແມ່ນຢູ່ໃນກຸ່ມພະນັກງານ-ລັດຖະກອນ, ກໍາມະກອນ ແລະ ກຸ່ມນັກຮຽນ-ນັກສຶກສາ.

อาจเป็นรูปภาพของ 3 คน, รถพยาบาล และ ถนน

ເຊິ່ງຫຼາຍກວ່າໝູ່ແມ່ນຢູ່ເມືອງສາມັກຄີໄຊ ເກີດຂຶ້ນ 72 ຄັ້ງ, ເສຍຊີວິດ 5 ຄົນ, ຮອງລົງມາແມ່ນເມືອງ ໄຊເສດຖາ ເກີດຂຶ້ນ 36 ຄັ້ງ, ເສຍຊີວິດ 7 ຄົນ, ເມືອງ ຊານໄຊ ເກີດຂຶ້ນ 23 ຄັ້ງ, ເສຍຊີວິດ 3 ຄົນ, ເມືອງ ພູວົງ ເກີດຂຶ້ນ 25 ຄັ້ງ, ເສຍຊີວິດ 3 ຄົນ ແລະ ເມືອງ ສະໜາມໄຊ ເກີດຂຶ້ນ 20 ຄັ້ງ, ເສຍຊີວິດ 2 ຄົນ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...