spot_img
Homeຄວາມງາມຄີມ​ນວດ​ຜົມ... ເຮັດຫຍັງ​ໄດ້​ຫລາຍກວ່າ​ທີ່​ຄິດ

ຄີມ​ນວດ​ຜົມ… ເຮັດຫຍັງ​ໄດ້​ຫລາຍກວ່າ​ທີ່​ຄິດ

Published on

27_20140929115334.

         ຄີມນວດຜົມທີ່​ສາວໆ​ໃຊ້​ຢູ່​ທຸກ​ມື້ ສາວໆ​ເຄີຍ​ຮູ້​ບໍ່​ວ່າ ຄີມ​ນວດ​ມີ​ປະໂຫຍດ​ອື່ນໆ​ທີ່​ໜ້າ​ສົນ​ໃຈ​ນຳອີກ
1. ຄີມ​ນວດ​ຜົມ ແບບ Leave in ໃຊ້​ຈັດ​ຊົງ​ຜົມໄດ້ Leave-in conditioner ສາມາດ​ຈັດ​ຊົງ​ໃຫ້​ຜົມ​ເຈົ້າ​ເປັນ​ຄື້ນ​ງາມ​ໄດ້ ພຽງ​ແຕ່​ໂຮຍ Leave-in conditioner ໃຫ້​ທົ່ວ​ຜົມ​ທີ່​ໝາດໆ ແລ້ວ​ຫວີ
2. ໃຫ້​ຄວາມ​ຊຸ່ມ​ຊື້ນ​ກັບ​ຮູຂຸມຂົນເທິງໝັງຫົວໄດ້ ໃນ​ຊ່ວງ​ອາ​ກາດ​ໜາວ ຜົມ​ຂອງ​ສາວໆ​ຈະ​ແຫ້ງ​ຫລາຍ ຄວນ​ໃຊ້​ຄີມ​ນວດ​ຜົມ​ແບບ deep conditioning mask ເດືອນ​ລະ​ເທື່ອ ລັງແຄ ແລະ ໜັງ​ຫົວ​ທີ່​  ແຫ້ງ​ກໍ​ຈະ​ຫາຍ​ໄປ​ ເຮັດໃຫ້​ຜົມ​ຂອງ​ສາວໆ​ນຸ່ມ​ຊຸ່ມ​ຊື້ນ

  1. ໃສ່ ຄີມ​ນວດ​ຜົມ ກ່ອນ​ຢາຊະຫົວ ຜູ້​ຊ່ຽວຊານ​ກ່າວ​ວ່າ ຄີມ​ນວດ​ຜົມ​ມັກ​ຈະ​ຖືກ​ລ້າງ​ອອກ​ບໍ່​ໝົດ ແລະ​ ຄີມ​ນວດ​ຜົມ​ຈະ​ເຮັດໃຫ້​ຜົມ​ຂອງ​ເຈົ້າ​ຍິ່ງ​ມີ​ນ້ຳ​ໜັກ ແຕ່​ຖ້າ​ໃຜ​ທີ່​ບໍ່​ຢາກ​ໃຫ້​ຜົມ​ຟູ​ ເຮົາ​ແນະ​ນຳ​ໃຫ້​ໃຊ້​ຄີມ​ນວດ​ກ່ອນຢາຊະຫົວ
    4. ເລືອກ​ຄີມ​ນວດ​ຜົມ​ໃຫ້​ເໝາະ​ກັບ​ເສັ້ນ​ຜົມ​ຈຶ່ງ​ຈະ​ໄດ້​ຜົນ ຖ້າ​​ຜົມ​ເສັ້ນ​ນ້ອຍ​ບາງ ໃຫ້​ໃຊ້​ຄີມ​ນວດ​ຜົມ​ທີ່​ເພີ່ມ​ນ້ຳ​ໜັກ​ໃຫ້​ເສັ້ນ​ຜົມ ແຕ່​ຖ້າ​ເປັນ​ສາວ​ຜົມ​ໜາ ໃຫ້​ໃຊ້​ຄີມ​ນວດ​ຜົມ​ທີ່​ມີ​ສ່ວນ​ປະສົມ​ທີ່​ມີ​ນ້ຳ​ມັນ​ນ້ອຍ​ໆ ເພື່ອ​ລຸດ​ຄວາມ​ມັນ
    5. ຫ້າ​ມໂຮຍ ຄີມ​ນວດ ລົງ​ເທິງ​ຮາກ​ຜົມ ຄວນ​​ໂຮຍພຽງ​ປາຍ​ຜົມເຖິງກາງ​ຜົມ​ເທົ່າ​ນັ້ນ ຊຶ່ງ​ເປັນ​ສ່ວນ​ທີ່​ເສັ້ນ​ຜົມ​ຕ້ອງ​ການ ທີ່ກົກຜົມ​ບໍ່​ຈຳ​ເປັນ
    6. ຜົມ​ເຮັດ​ສີ​ຕ້ອງ​ການ ການ​ເບິ່ງແຍງ​ທີ່​ແຕກ​ຕ່າງ ສາວໆ​ທີ່​ມີ​ຜົມ​ເຮັດ​ສີ ຕ້ອງ​ໃຊ້​ຄີມ​ນວດ​ຜົມ​ແບບ Deep conditioning ເພາະ​ຈະ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ເສັ້ນ​ຜົມ​ທີ່​ຖືກ​ເຮັດ​ຮ້າຍ ແລະ ເຮັດໃຫ້​ສີ​ຜົມ​ຕິດ​ດົນຍາວນານ​ຍິ່ງ​ຂຶ້ນ ແລະ​ເບິ່ງແຍງ​ເປືອກ​ຊັ້ນ​ນອກ​ຂອງ​ເສັ້ນ​ຜົມ
    7. ຄີມ​ນວດ ບາງ​ປະ​ເພດ​ກໍ​ເຮັດ​ຮ້າຍ​ຜົມ​ຂອງ​ເຈົ້າ​ໄດ້ ຄີມ​ນວດ​ມັກ​ຈະ​ໃສ່​ແຮ່ທາດ​ຕ່າງໆ​ທີ່​ມີ​ປະໂຫຍດ​ຕໍ່​ເສັ້ນ​ຜົມ ໂດຍ​ໃຊ້​ຊິ​ລິ​ໂຄນ​ລົງ​ໃນ​ຜະລິດຕະພັນ ຖ້າ​ເຈົ້າ​ຢາກ​ໃຊ້​ຜະລິດຕະພັນ​ທີ່​ບໍ່​ມີ​ສານ​ຊິ​ລິ​ໂຄນ ໃຫ້​ເບິ່ງ​ທີ່​ຜະລິດຕະພັນ​ທີ່​ມີ​ຄຳ​ວ່າ“silicone-free” ທີ່​ບໍ່​ເຮັດ​ຮ້າຍ​ເສັ້ນ​ຜົມ

ບົດຄວາມຫຼ້າສຸດ

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...

ສັດທີ່ສ່ຽງສູນພັນ ໝີຂົ້ວໂລກຈາກທີ່ເຄີຍອາໄສຢູ່ໃນເຂດໜາວ ປັດຈຸບັນຕ້ອງມາອາໄສຢູ່ທີ່ສູນວິໄຈຮ້າງ

ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ. ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ. ຕາມການຈັດອັນດັບຂອງ IUCN...