spot_img
Homeຂ່າວພາຍ​ໃນແກ້ໄຂອ່າງເກັບນໍ້າໝຸນວຽນແຕກຫັກ ທີ່ຫົວພັນ

ແກ້ໄຂອ່າງເກັບນໍ້າໝຸນວຽນແຕກຫັກ ທີ່ຫົວພັນ

Published on

ວັນທີ 13 ມິຖຸນາ 2024, ທີ່ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຕາງໜ້າກະຊວງດັ່ງກ່າວ ຈໍານວນ 2 ທ່ານ ຄື: ທ່ານ ຄຳໂສ້ ກຸໂພຄຳ, ຫົວໜ້າຫ້ອງການກະຊວງ ແລະ ທ່ານ ບຸນຍົງ ສີດາວົງ, ຮັກສາການແທນຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ຮ່ວມກັນຖະແຫຼງຂ່າວກ່ຽວກັບກໍລະນີເຫດການອ່າງເກັບນໍ້າໝູນວຽນຂອງໂຄງການຂຸດຄົ້ນແຮ່ທາດຫາຍາກຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ ແຕກຫັກ ທີ່ແຂວງຫົວພັນ.

อาจเป็นรูปภาพของ 3 คน และ ข้อความพูดว่า "យ กะดองพะลังงาม และ ป่แร่ MINISTRY OF ENERGY AND MINES"

​ໃນໂອກາດນີ້, ທ່ານ ບຸນຍົງ ສີດາວົງ ໃຫ້ຮູ້ວ່າ: ໃນຄ່ຳຄືນວັນທີ 21 ຕໍ່ໃສ່ວັນທີ 22 ກຸມພາທີ່ຜ່ານມາ, ໄດ້ເກີດເຫດການອ່າງເກັບນໍ້າໝູນວຽນຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ ຢູ່ແຂວງຫົວພັນ ແຕກຫັກ ແລະ ມີຕະກອນດິນຈໍານວນຫຼາຍໄຫຼລົງສູ່ຫ້ວຍຕະບູນ, ແລ້ວໄຫຼປ່ອງໃສ່ນ້ຳຫ້ວຍມັນ, ເຊິ່ງເປັນຫ້ວຍນໍ້າສາຂາຂອງນໍ້າແວ່ນ ເຮັດໃຫ້ມີປາຕາຍຈໍານວນໜຶ່ງ.

อาจเป็นรูปภาพของ 13 คน

ໃນວັນທີ 1 ມີນາທີ່ຜ່ານມາ, ຄະນະວິຊາຂອງກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາຕົວຈິງເຫັນວ່າ: ມີມູນຄວາມຈິງແທ້ຕາມການລາຍງານຂອງພະແນກການກ່ຽວຂ້ອງຂອງແຂວງ ແລະ ຕາມທີ່ມີຂ່າວປະກົດຢູ່ສື່ສັງຄົມອອນລາຍ. ສາເຫດເກີດຈາກອ່າງເກັບນໍ້າໝູນວຽນຂອງໂຄງການ ທີ່ກໍ່ສ້າງດ້ວຍດິນໜຽວອັດແໜ້ນຂະໜາດກວ້າງ 12 ແມັດ, ຍາວ 40 ແມັດ ແລະ ເລິກປະມານ 6 ແມັດ ແຕກຫັກ, ເຮັດໃຫ້ນໍ້າທີ່ເກັບຢູ່ໃນອ່າງ 200 ກວ່າແມັດກ້ອນ ແລະ ຕະກອນດິນ 100 ກວ່າແມັດກ້ອນໄຫຼລົງຕາມສາຍຫ້ວຍນໍ້າຕະບູນ ໄຫຼປ່ອງໃສ່ຫ້ວຍມັນ ແລ້ວໄຫຼໃສ່ນໍ້າແວ່ນ ເຮັດໃຫ້ມີຜົນກະທົບຕໍ່ສັດນໍ້າ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງ, ເຮັດໃຫ້ປະຊາຊົນບໍ່ກ້ານໍາໃຊ້ນໍ້າເຂົ້າໃນການດໍາລົງຊີວິດ ແລະ ຜະລິດກະສິກຳ.

อาจเป็นรูปภาพของ 5 คน

ຄະນະທີມງານກວດກາຈຶ່ງໄດ້ເກັບຕົວຢ່າງນໍ້າຈໍານວນ 3 ຈຸດ ຄື: ຈຸດກ້ອງອ່າງເກັບນໍ້າໝູນວຽນ (ຍອດຫ້ວຍຕະບູນ), ຈຸດຫ້ວຍມັນ ແລະ ຈຸດນໍ້າແວ່ນ ໄປວິໄຈຄຸນນະພາບ ຢູ່ຫ້ອງທົດລອງສິ່ງແວດ ລ້ອມຂອງສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊຶ່ງເປັນຫ້ອງວິໄຈທີ່ທັນສະໄໝ ແລະ ໄດ້ຮັບການຢັ້ງຢືນດ້ານມາດຕະຖານສິ່ງແວດລ້ອມສາກົນ ເຫັນວ່າບໍ່ພົບຄ່າໂລຫະໜັກເກີນມາດຕະຖານສິ່ງແວດລ້ອມກຳນົດ, ແຕ່ພົບວ່າຄ່າອົກຊີເຈນໃນນ້ຳມີອັດຕາຕ່ຳ ແລະ ຄ່າຊັນເຟດ ໃນນໍ້າຂ້ອນຂ້າງສູງ.

อาจเป็นรูปภาพของ 9 คน

ທ່ານ ບຸນຍົງ ສີດາວົງ ໃຫ້ຮູ້ຕື່ມວ່າ: ໃນການແກ້ໄຂບັນຫາຜົນກະທົບເບື້ອງຕົ້ນ ບໍລິສັດໄດ້ຖົມອ່າງເກັບນໍ້າໝູນວຽນທີ່ມີການແຕກຫັກ ແລະ ໄດ້ຊົດເຊີຍແນວພັນປາໃຫ້ບ້ານທີ່ໄດ້ຮັບຜົນກະທົບ ຄື: ມອບພັນປາໃຫ້ ບ້ານຫົວພູ ແລະ ບ້ານນາຄູນ ຈໍານວນ 400 ກິໂລ ມູນຄ່າ 40,000,000 ກີບ ເພື່ອ ນໍາໄປປ່ອຍຄືນສູ່ທໍາມະຊາດ.

อาจเป็นรูปภาพของ 2 คน และ ข้อความ

ຈາກນັ້ນ, ໃນວັນທີ 6 ມີນາ ທີ່ຜ່ານມາ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 919/ພບ.ຫກ, ລົງວັນທີ 6 ມີນາ 2024 ໃຫ້ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈໍາກັດ ໂຈະຊົ່ວຄາວການຈັດຕັ້ງປະຕິບັດວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທາດຫາຍາດ, ເພື່ອໃຫ້ບໍລິສັດໄດ້ປັບປຸງແກ້ໄຂຂໍ້ບົກຜ່ອງ ແລະ ດໍາເນີນການຊົດເຊີຍຜົນກະທົບທີ່ເກີດຂຶ້ນໃຫ້ສໍາເລັດໂດຍໄວ.

อาจเป็นรูปภาพของ 8 คน

ເບື້ອງຕົ້ນ ບໍລິສັດກໍ່ໄດ້ເອົາໃຈໃສ່ປັບປຸງບັນດາຈຸດບົກຜ່ອງຕ່າງໆ ຕາມຄຳແນະນຳຂອງຄະນະວິຊາການ, ໂດຍສະເພາະຈຸດເກີດເຫດເບື້ອງຕົ້ນ ແລະ ຈຸດລະບາຍນ້ຳ ຂອງທ້າຍອ່າງເກັບນ້ຳທີ 7, ເພື່ອສ້າງໃຫ້ເປັນລະບົບປິດ ບໍ່ໃຫ້ນ້ຳຈາກໂຄງການໄຫຼອອກສູ່ທຳມະຊາດ ຫຼື ໃນກໍລະນີຈຳເປັນ ແມ່ນຕ້ອງເຮັດການບຳບັດໃຫ້ໄດ້ຄ່າມາດຕະຖານມີຄວາມປອດໄພ, ໂດຍໄດ້ຮັບການຢັ້ງຢືນ ຈາກພາກສ່ວນກ່ຽວຂ້ອງ, ຈຶ່ງສາມາດລະບາຍອອກສູ່ທຳມະຊາດໄດ້.

อาจเป็นรูปภาพของ แหล่งน้ำ

ຢ່າງໃດກໍຕາມ, ສໍາລັບບໍລິສັດ ລາວ-ຈີນ ພັດທະນາແຮ່ທາດຫາຍາກ ພາກເໜືອ (2) ຈໍາກັດ ຄາດວ່າຈະກັບມາດໍາເນີນການຂຸດຄົ້ນແຮ່ທາດຫາຍາກ ຄືນໃໝ່ໃນອີກບໍ່ດົນນີ້ ພາຍຫລັງແກ້ໄຂຂໍ້ບົກພ່ອງຕ່າງໆ, ລວມເຖີງການຊົດເຊີຍຜົນເສຍຫາຍຂອງປະຊາຊົນສໍາເລັດຮຽບຮ້ອຍແລ້ວ.

ຂ່າວ: FM90

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...