Homeນານາສາລະບວມ ບ່ອນໃດໃນຮ່າງກາຍ ບົ່ງບອກວ່າເປັນພະຍາດ

ບວມ ບ່ອນໃດໃນຮ່າງກາຍ ບົ່ງບອກວ່າເປັນພະຍາດ

Published on

ຫຼາຍຄົນອາດຈະບໍ່ໄດ້ໃສ່ໃຈ ແລະ ສັງເກດຄວາມຜິດປົກກະຕິຂອງຮ່າງກາຍໃນບາງຄັ້ງ, ໂດຍສະເພາະອາການບວມ ບາງຈຸດ, ບາງບ່ອນໃນຮ່າງກາຍ, ເຊິ່ງທຸກຄົນຮູ້ຫຼືບໍ? ອາການບວມບ່ອນໃດ ທີ່ເປັນສັນຍານບົ່ງບອກວ່າທ່ານກຳລັງສ່ຽງເປັນພະຍາດຫຍັງກັນແທ້, ມື້ນີ້ລາວໂພສໄດ້ເອົາຂໍ້ມູນມາໃຫ້ອ່ານ ແລະ ສັງເກດເບິ່ງນໍາກັນ.

1. ທ້ອງບວມ: ອາກາດນີ້ອາດບົ່ງບອກວ່າທ່ານສ່ຽງເປັນພະຍາດຕັບແຂງ, ນອກຈາກອາການບວມແລ້ວ, ຫາຈັບເບິ່ງແລ້ວຮູ້ສຶກວ່າມີກ້ອນຢູ່ໃນທ້ອງບໍລິເວນທີ່ບວມ ຄວນຮີບໄປກວດສຸຂະພາບ, ເພາະອາດຈະເປັນເນື້ອງອກ ຫຼື ກ້ອນມະເຮັງກໍເປັນໄດ້.

2. ຂາບວມ: ຫາກມີອາການຂາບວມຂ້າງດຽວ, ອາດສັນນິຖານໄດ້ວ່າ: ຫຼອດເລືອດດຳບໍລິເວນຂາມີການອຸດຕັນ, ຕ້ອງໄດ້ໄປພົບແພດ

3. ຕີນບວມ: ເກີດມາຈາກການມີນໍ້າໜັກຕົວທີ່ເກີນມາດຕະຖານ ຫຼື ກຳລັງຖືພາ, ນອກນີ້, ຍັງມີຄວາມສ່ຽງເປັນພະຍາດໝາກໄຂ່ຫຼັງ, ພະຍາດຫົວໃຈ…..

4. ຄໍບວມ: ສາມາດບົ່ງບອກວ່າເປັນຫຼາຍພະຍາດບໍ່ວ່າຈະເປັນ ມະເຮັງຕ່ອມນໍ້າເຫຼືອງ, ມີກ້ອນເນື້ອໃນລໍາຄໍ, ຫາກມີອາການຜິດປົກກະຕິຄວນໄປພົບແພດດ່ວນ.

5. ໜ້າບວມ: ອາການໜ້າບວມອາດບົ່ງບອກວ່າທ່ານກຳລັງມີອາການແພ້ເຊັ່ນ: ແພ້ຢາ, ແພ້ອາຫານ…. ກໍລະນີໜ້າບວມເລັກໜ້ອຍອາດເປັນຍ້ອນກິນອາຫານທີ່ມີທາດໂຊດຽມ(ເກືອ) ຫຼາຍເກີນໄປ ຫຼື ອາດຈະມີນໍ້າໜັກຕົວຫຼາຍຂຶ້ນກໍໄດ້.

ຂໍ້ມູນ: rattinan medical center

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...