spot_img
Homeຂ່າວພາຍ​ໃນປັບປຸງເສັ້ນທາງ ເມືອງວັງວຽງ ແຂວງວຽງຈັນ

ປັບປຸງເສັ້ນທາງ ເມືອງວັງວຽງ ແຂວງວຽງຈັນ

Published on

ໃນລະຫວ່າງວັນທີ 8-9 ມິຖຸນາທີ່ຜ່ານມາ, ຢູ່ທີ່ເມືອງວັງວຽງ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລົງຕິດຕາມຊຸກຍູ້ ໂຄງການພັດທະນາໂຄງລ່າງພື້ນຖານໃນການຈັດຕັ້ງປະຕິບັດສັນຍາ w03, W03Aແລະ w04 ທີ່ເມືອງວັງວຽງ ຢູ່ພາກສະໜາມຄື:

อาจเป็นรูปภาพของ 14 คน และ พื้นหญ้า

ປັບປຸງເສັ້ນທາງພາຍໃນຕົວເມືອງເທດສະບານ, ການປັບປຸງກໍ່ສ້າງສະໜາມຂີ້ເຫຍື້ອບ່ອນເກົ່າໃຫ້ເປັນລະບົບທີ່ທັນສະໄໝ, ຂົວຂ້າມນ້ຳຊອງ ແຫ່ງທີ 2, ເສັ້ນທາງປູຢາງ 2 ຊັ້ນ ໄປຫາສະຖານທີ່ທ່ອງທ່ຽວເບື້ອງຕາເວັນຕົກຂອງສາຍນ້ຳຊອງ ຫຼື ເອີ້ນວ່າ ທາງວົງແຫວນ ແລະ ການປັບປຸງກໍ່ສ້າງເປຕົງເຂົ້າຫາສະຖານທີ່ທ່ອງທ່ຽວນ້ຳຕົກຕາດແກ້ງຍຸຍ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ມີຄວາມຄືບໜ້າຄິດເປັນສ່ວນຮ້ອຍເຊັ່ນແມ່ນ 98% ແລະ ວາງທິດທາງແຜນການໃນຕໍ່ໜ້າເພື່ອໃຫ້ສຳເລັດຕາມແຜນທີ່ວາງໄວ້.

ຂ່າວ: ແຂວງວຽງຈັນໂພສ໌ Vieng Chanh Posted

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...