spot_img
Homeຂ່າວຢາເສບຕິດກັກຕົວກຸ່ມມົ້ວສຸມສິ່ງເສບຕິດ ແລະ ເຈົ້າຂອງຮ້ານບັນເທິງໄດ້ທັງໝົດ 55 ຄົນ ພ້ອມຂອງກາງຈຳນວນຫຼາຍລາຍການ

ກັກຕົວກຸ່ມມົ້ວສຸມສິ່ງເສບຕິດ ແລະ ເຈົ້າຂອງຮ້ານບັນເທິງໄດ້ທັງໝົດ 55 ຄົນ ພ້ອມຂອງກາງຈຳນວນຫຼາຍລາຍການ

Published on

ໃນວັນທີ 03 ມີຖຸນາ 2024 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຢູ່ຮ້ານແຫ່ງໜຶ່ງ ໄດ້ເປີດບໍລິການກາຍໂມງເວລາ ແລະມີການມົ້ວສຸມ ສິ່ງເສບຕິດ ດັ່ງນັ້ນທາງກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈິ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ສົມທົບກັບກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ແລະ ພາກສ່ວນທີ່ກຽ່ວຂ້ອງລົງກວດກາສະຖານທີ່ຮ້ານບັນເທິງດັ່ງກ່າວ.

ໃນເວລາປະມານ 04 ໂມງເຊົ້າຂອງວັນດຽວກັນ ທາງເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ປະຕິບັດການເຂົ້າກວດຄົ້ນສະຖານທີ່ຮ້ານບັນເທິງ ສະຫວັນລາຕີ ເຊິ່ງຕັ້ງຢູ່ບ້ານໂພນສະຫວ່າງເໜືອນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ ຜ່ານການເຂົ້າກວດຄົ້ນພົບເຫັນຄົນທີ່ມາໃຊ້ບໍລິການ ລວມທັງເຈົ້າຂອງຮ້ານ ແລະ ພະນັກງານໃນຮ້ານລວມທັງໝົດ 55 ຄົນ, ຍິງ 25 ຄົນ, ເຊິ່ງໃນນີ້ມີຄົນ ສັນຊາດ ໄທ ຈຳນວນ 03 ຄົນ, ສັນຊາດ ຫວຽດນາມ ຈໍານວນ 07 ຄົນ ແລະ ສັນຊາດຈີນ ຈໍານວນ 04 ຄົນ, ພາຫະນະລົດໃຫຍ່ ຈໍານວນ 14 ຄັນ, ລົດຈັກ 13 ຄັນ ແລະສິ່ງທີ່ຜິດກົດໝາຍ ຢາເສບຕິດ ປະເພດຢາໄອສ໌ ຈຳນວນ 01 ຖົງນ້ອຍ, ຢາເຄຈຳນວນ 03 ຖົງນ້ອຍ, ບັ້ງອົກຊີ ບັນຈຸສານເສບຕິດຈຳນວນ 03 ບັ້ງ, ຄໍລາເຈນປະສົມສານເສບຕິດ 02 ຊອງ, ຢາສູບໄຟຟ້າ ພັອດ ຈໍານວນ 08 ອັນ, ໝາກປຸ່ມເປົ້າສູບແລ້ວ ຈໍານວນ 47 ໜ່ວຍ, ເງິນກີບຈຳນວນ 3.051.000 ກີບ, ເງິນບາດ ຈຳນວນ 1.200 ບາດ.

ຜ່ານການກວດນໍ້າປັດສະວະໃນກຸ່ມມົ້ວສຸມ ທັງຫມົດ 55 ຄົນ, ຍິງ 25 ຄົນ: ພົບສານເສບຕິດ ຈໍານວນ 51 ຄົນ, ຍິງ 25 ຄົນ ໃນນີ້ສັນຊາດລາວ 38 ຄົນ, ຍິງ 24 ຄົນ, ສັນຊາດ ໄທ 02 ຄົນ, ສັນຊາດ ຈີນ 04 ຄົນ, ຫວຽດນາມ 07 ຄົນ, ບໍ່ພົບສານເສບຕິດ 04 ຄົນ ສັນຊາດລາວ 03 ຄົນ, ສັນຊາດ ໄທ 01 ຄົນ.

ສ່ວນວັດຖຸເຄື່ອງຂອງກາງ, ພາຫະນະລົດຈັກ, ລົດໃຫຍ່ ທີ່ຍຶດໄດ້ ທາງເຈົ້າໜ້າທີ່ເປັນຜູ້ເກັບຮັກສາ ສ່ວນເຄຫະສະຖານ ຮ້ານບັນເທິງ ສະຫວັນລາຕີ ແມ່ນມອບໃຫ້ອໍານາດການປົກຄອງບ້ານເປັນຜູ້ຄຸ້ມຄອງ, ປະຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດໍາເນີນການສືບສວນ – ສອບສວນຂອງເຈົ້າໜ້າທີ່ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ພາວະວິໄສ ຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...