spot_img
Homeຂ່າວຕ່າງປະເທດປະຫວັດ Pride Month

ປະຫວັດ Pride Month

Published on

ເດືອນມິຖຸນາເປັນເດືອນໜຶ່ງທີ່ມີເທສະການອັນສຳຄັນຂອງກຸ່ມຄົນຫຼາກຫຼາຍທາງເພດ ໃນຫຼາຍປະເທດທົ່ວໂລກ, ເຊິ່ງເອີ້ນວ່າ: Pride Month ນັ້ນເອງ, ເປັນເທສະການທີ່ມີການຍ່າງເດີນຂະບວນພາເຣດ, ກິດຈະກຳແຕ່ງຕົວສີສັນສວຍງາມ, ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວ. ເຊິ່ງຫຼາຍຄົນອາດຈະສົງໄສ ຫຼື ຍັງບໍ່ຮູ້ວ່າ ປະຫວັດຄວາມເປັນມາຂອງ Pride Month ແມ່ນເກີດມາຈາກໃສ? ເມື່ອໃດ? ແລະ ມີຄວາມໝາຍສຳຄັນແນວໃດ, ມື້ນີ້ລາວໂພສຈະໄດ້ຮວບຮວມຂໍ້ມູນມາບອກໃຫ້ຮູ້ໄປນຳກັນ.

บรรยากาศกิจกรรม Pride Month
Photo by: PPTV

ເຊິ່ງມັນໄດ້ເລິ່ມຕົ້ນຂຶ້ນມາຈາກເຫດການທີ່ເກີດຂຶ້ນເມື່ອວັນທີ 28 ມິຖຸນາ ປີ 1969 ທີ່ຮ້ານກິນດື່ມ ” The Stonewall Inn ” ເມືອງນິວຢອກ, ສະຫະລັດອາເມຣິກາ, ຕຳຫຼວດໄດ້ເຂົ້າກວດຄົ້ນ ແລະ ຈັບກຸມຜູ້ຄົນທີ່ຢູ່ພາຍໃນຮ້ານ, ພ້ອມທັງແຈ້ງຂໍ້ຫາການມີພຶດຕິກຳທີ່ຂັດຕໍ່ສິນລະທຳໃນສັງຄົມຄື: ການແຕ່ງກາຍບໍ່ກົງກັບເພດກຳເນີດ, ການຄົບຫາກັນລະຫວ່າງເພດດຽວກັນ. ເຊິ່ງຖືວ່າເປັນການກະທຳຜິດກົດໝາຍຂອງສະຫະລັດອາເມຣິກາໃນເວລານັ້ນ.

Photo by: PPTV
Photo by: PPTV

ເມື່ອເກີດເຫດການດັ່ງກ່າວຂຶ້ນ, ກໍໄດ້ມີກຸ່ມຄົນທີ່ບໍ່ເຫັນດີ ພາກັນລວມຕົວກັນຊຸມນຸມປະທ້ວງເພື່ອທວງຄວາມມີສິດເສລີພາບຂອງກຸ່ມຄົນຫຼາກຫຼາຍທາງເພດເກີດຂຶ້ນ, ເຊິ່ງກະແສການຊຸມນຸມໄດ້ແຜ່ລາມອອກໄປຢ່າງກວ້າງຂວາງ, ບໍ່ສະເພາະແຕ່ໃນເມືອງນິວຢອກເທົ່າ, ແຕ່ລາມອອກໄປເຖິງຫຼາຍເຂດ, ລາຍເມືອງໃນສະຫະລັດອາເມຣິກາ.

Pride Month คืออะไร ทำไมต้องมิถุนายน เหตุใด \'สีรุ้ง\' จึงเป็นตัวแทน LGBTQ+
Bangkok biz news

-ມາຮອດປີ 2000 ປະທານາທິບໍດີ ບິລ ຄລີນຕັນ ໄດ້ປະກາດໃຫ້ເດືອນມິຖຸນາເປັນເດືອນແຫ່ງຄວາມພາກພູມໃຈຂອງຊາວເກ ແລະ ເລສບຽນ. ໃນປີ 2009 ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດໃຫ້ເດືອນດັ່ງກ່າວເປັນເດືອນແຫ່ງຄວາມພາກພູມໃຈຂອງກຸ່ມຄົນຫຼາກຫຼາຍທາງເພດ.ຫຼັງຈາກນັ້ນ, ເມື່ອຮອດເດືອນດັ່ງກ່າວໃນທຸກໆປີ ກໍຈະມີການສະເຫຼີມສະຫຼອງຜ່ານການຍ່າງເດີນຂະບວນພາເຣດ, ຈັດກິດຈະກຳຕ່າງໆ, ການນຸ່ງເຄື່ອງຫຼາກຫຼາຍສີສັນ ເພື່ອເປັນການສະແດງອອກເຖິງການມີສິດເສລີພາບ ແລະ ການເປັນກຸ່ມຄົນຫຼາກຫຼາຍທາງເພດ.

Pride month คืออะไร ทำไมต้องเดือนมิถุนายน -

ໃນຫຼາຍໆປີຕໍ່ມາ ຈົນມາເຖິງປັດຈຸບັນນີ້, ກິດຈະກຳດັ່ງກ່າວໄດ້ແຜ່ຂະຫຍາຍອອກມາສູ່ຫຼາຍປະເທດໃນທະວີບເອີຣົບ ແລະ ອາຊີ, ເຊິ່ງປະເທດເພື່ອນບ້ານຂອງພວກເຮົາຢ່າງປະເທດໄທ ກໍມີການຈັດງານດັ່ງກ່າວຂຶ້ນເມື່ອວັນທີ 1 ມິຖຸນາທີ່ຜ່ານມາໃນເຂດບາງກອກ. ເຖິງແມ່ນວ່າຫຼາຍໆປະເທດຈະເປີດກວ້າງເລື່ອງການສະເຫຼີມສະຫຼອງເດືອນຂອງກຸ່ມຄົນຫຼາກຫຼາຍທາງເພດແລ້ວ, ແຕ່ກໍຍັງມີບາງປະເທດທີ່ຍັງບໍ່ໄດ້ຮັບການຍອມຮັບແຕ່ຢ່າງໃດ.

บรรยากาศกิจกรรม Pride Month
Photo by: PPTV

ນອກຈາກຈະມີເດືອນແຫ່ງການສະເຫຼີມສະຫຼອງ ກຸ່ມຄົນຫຼາກຫຼາຍທາງເພດ (Pride Month) ແລ້ວ, ຍັງມີກົດໝາຍເລື່ອງສົມລົດເທົ່າທຽມ ເປັນກົດໝາຍທີ່ຄົນເພດດຽວກັນສາມາດແຕ່ງງານ ແລະ ຈົດທະບຽນການແຕ່ງງານກັນຢ່າງຖືກກົດໝາຍໂດຍມີ 31 ປະເທດທົ່ວໂລກທີ່ອະນຸຍາດຄື: ປະເທດເນເທີແລນ, ປະເທດເບວຢ່ຽມ, ປະເທດອາຟຣິກາໃຕ້, ປະເທດໄຕ້ຫວັນ…..

ซะเร็นไพรด์ - Surin Pride
Photo by: BBC

ເດືອນດັ່ງກ່າວຖືໄດ້ວ່າເປັນເດືອນໜຶ່ງທີ່ສຳຄັນຂອງກຸ່ມຄົນຫຼາກຫຼາຍທາງເພດ ທີ່ມີສິດເສລິພາບໃນການສະແດງອອກເຖິງການມີສິດ ແລະ ມີຄວາມເທົ່າທຽມໃນສັງຄົມ, ບໍ່ວ່າຈະເປັນຄົນສີຜິວແບບໃດ, ເພດໃດກໍຕາມ ກໍສາມາດມັກຮັກກັນໄດ້, ເພາະຄວາມຮັກເປັນສິ່ງສວຍງາມຂອງຄົນສອງຄົນທີ່ມີໃຫ້ຕໍ່ກັນ.

ຂໍ້ມູນຈາກ: thestandard, thaipbs

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...