Homeຂ່າວພາຍ​ໃນນັກກິລາລາວ ໄດ້ຫຼຽນທອງ ກິລາໂວວິນາມ

ນັກກິລາລາວ ໄດ້ຫຼຽນທອງ ກິລາໂວວິນາມ

Published on

ງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ຫຼື “ດານັງ ເກມ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ມິຖຸນາທີ່ຜ່ານມາ, ເຊິ່ງບັນດານັກກິລານັກຮຽນລາວ ກໍໄດ້ເລີ່ມລົງປະເດີມສະໜາມໄປແລ້ວຫຼາຍປະເພດກິລາ ແລະ ຫຼາຍລາຍການ ເຊັ່ນ: ບານບ້ວງຊາຍ, ດອກປີກໄກ່, ປັນຈັກສີລັດ, ໂວວີນາມ, ແລ່ນ-ລານ ແລະ ລອຍນໍ້າ.

อาจเป็นรูปภาพของ 2 คน และ ข้อความ

ປັດຈຸບັນນີ້, ນັກກິລາລາວທີ່ລົງແຂ່ງຂັນກິລາ ໂວວິນາມ ເປັນກິລາປະເພດຕໍ່ສູ້ປ້ອງກັນຕົວ ໃນຮຸ່ນນໍ້າໜັກ 51-57 ກິໂລ ຄື ນາງ ຊັນດີອາ ວໍລະບຸດ ສາມາດຍາດມາໄດ້ 1 ຫຼຽນທອງແລ້ວ.
———–
ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ, ຄົນຂ້າງສະໜາມ ລາຍງານຈາກນະຄອນດານັງ

ບົດຄວາມຫຼ້າສຸດ

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...