Homeຂ່າວກິລາມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ

ມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ

Published on

ງານມະຫາກຳກິລານັກຮຽນອາຊຽນ ຄັ້ງທີ 13 ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 1 ມິຖຸນາ 2024 ທີ່ນະຄອນດານັງ ສສ ຫວຽດນາມ ໂດຍມີບັນດາການນຳຂັ້ນສູງພັກ-ລັດ ຂອງປະເທດເຈົ້າພາບ ແລະ ປະເທດອາຊຽນ ເຂົ້າຮ່ວມ ເຊິ່ງ ສປປ ລາວ ເຮົາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນລາວ ປະຈຳນະຄອນດານັງ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ຫງວຽນ​ກິມ​ເຊີນ ລັດຖະມົນຕີ​ກະຊວງ​ສສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ, ປະທານ ຄະນະກຳມະການຈັດງານ ໄດ້​ກ່າວວ່າ: “ງານ​ມະຫາ​ກຳ​ກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແມ່ນ​ງານ​ມະຫາ​ກຳ​ກິລາ​ໃຫຍ່​ທີ່​ສຸດ ​ຂອງ​ບັນດາ​ນັກຮຽນ​ມັດທະຍົມ​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຊຸກຍູ້​ຄວາມ​ສາມັກຄີ, ມິດຕະພາບ​ສາກົນ, ​ເຄົາລົບ​ນັບຖື ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ ​ເພື່ອ​ການ​ພັດທະນາ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ​ຂອງ​ນັກ​ສຶກສາ, ​ເພື່ອ​ໃຫ້​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເຊື່ອມ​ໂຍງ ​ແລະ ພັດທະນາ. ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເພື່ອແຂ່ງຂັນ​ກິລາ​ເທົ່າ​ນັ້ນ, ງານ​ມະຫາ​ກຳ​ກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 13 ​ຍັງແມ່ນ​ໂອກາດ​ເພື່ອ​ແລກປ່ຽນ, ຮຽນ​ຮູ້ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ນັກ​ສຶກສາ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ, ດ້ວຍ​ຈິດໃຈ “​ເຊື່ອມ​ໂຍງ​ເຂົ້າກັນ”.

ພິທີເປີດ ເລີ່ມຕົ້ນດ້ວຍການສະແດງສິລະປະວັນນະຄະດີ ຫຼາຍລາຍການ ທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອວັດທະນະທຳອັນດີງາມຂອງປະເທດຫວຽດນາມ ເວົ້າລວມ ແລະ ເວົ້າສະເພາະຂອງນະຄອນດານັງ ທີ່ປະສົມກົມກືນລະຫວ່າງຍຸກເກົ່າ ກັບຄົນຍຸກສະໄໝໃໝ່ ກ່ອນຈະຕິດຕາມມາດ້ວຍຂະບວນສວນສະໜາມຂອງຂະບວນນັກກິລານັກຮຽນທັງ 10 ຊາດອາຊຽນ ເຊິ່ງທີມນັກກິລາທີມຊາດນັກຮຽນ ສປປ ລາວພວກເຮົາ ຖືທຸງຊາດນຳຂະບວນແມ່ນ ທ້າວ ຊະນະ ສີລິລັກ ນັກກິລາດອກປີກໄກ່ ຜົນງານຫຼຽນເງິນ ປະເພດທີມຄູ່ປະສົມ ຮຸ່ນ ຢູ-17 ຊີງແຊ໋ມອາຊີ ຕາເວັນອອກສຽງໃຕ້.
ສຳລັບທັບນັກກິລາລາວທີ່ເດີນທາງມາຄັ້ງນີ້ ລວມທັງຄະນະນຳ, ຜູ້ຮັບຜິດຊອບທີມ ແລະ ຄູຝຶກ ທັງໝົດ 80 ກວ່າຄົນ ສົ່ງເຂົ້າຮ່ວມຄົບທັງ 6 ປະເພດ ໄດ້ແກ່: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ.

ແຫຼ່ງຂ່າວ: ຄົນຂ້າງສະໜາມ ຮູບພາບ: ASEAN Schools Games 2024

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...