spot_img
Homeຂ່າວພາຍ​ໃນສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນວັນທີ 5 ມິຖຸນາ...

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນວັນທີ 5 ມິຖຸນາ 2024

Published on

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ,
ໃນວັນທີ 5 ມິຖຸນາ ຂອງທຸກໆປີ, ສປປ ລາວ ພວກເຮົາ ໄດ້ຮ່ວມກັບບັນດາປະເທດໃນທົ່ວໂລກ ຈັດພິທິສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ, ເຊິ່ງໃນປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ແລະ ມີຄໍາຂວັນ “ຮ່ວມກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ”.

ພວກເຮົາຖືເອົາການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເປັນການປູກຈິດສໍານຶກ ແລະ ການປຸກລະດົມ ໃຫ້ປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ບັນດາອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນ ຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາລະບົບນິເວດ ແລະ ສຸຂະພາບທີ່ດີຂອງຄົນ ແລະ ສິ່ງທີມີຊີວິດອື່ນໆ, ພ້ອມນີ້ ກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການກາຍເປັນທະເລຊາຍ ແລະ ໄພພິບັດທາງທໍາມະຊາດ.

ປັດຈຸບັນນີ້, ບັນຫາການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້, ການຖາງປ່າ, ຈູດປ່າແບບຊະຊາຍ ແລະ ໄຟໄໝ້ລາມປ່າ ຢູ່ປະເທດພວກເຮົາ ກຳລັງເປັນຂະບວນແຜ່ລາມ ເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ສະນັ້ນ, ເພື່ອແນ່ໃສ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ, ຮັບປະກັນໄດ້ຄວາມຍືນຍົງ ຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄວ້ໃຫ້ລູກຫຼານໃນອະນາຄົດ, ພວກເຮົາຕ້ອງພ້ອມພຽງກັນແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ໄດ້ຢ່າງເດັດຂາດ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ,
ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ, ປັດຈຸບັນນີ້ ພື້ນທີ່ດິນຂອງໂລກຫຼາຍກວ່າ 40 ສ່ວນຮ້ອຍ ແມ່ນຖືກເສື່ອມໂຊມ, ໃນຂະນະດຽວກັນ ປະຊາກອນຈຳນວນ 3,2 ຕື້ຄົນໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການກາຍເປັນທະເລຊາຍ ແລະ ຄາດວ່າ ຫຼາຍກວ່າ 3 ສ່ວນ 4 ຂອງປະຊາກອນໂລກ ຈະໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ໃນປີ 2050.

ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ, ໃນກອງປະຊຸມລັດພາຄີ ຄັ້ງທີ 15 ຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ, ບັນດາປະເທດພາຄີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ອງແກ້ໄຂບັນຫາການເສື່ອມໂຊມຂອງດິນ ໃຫ້ໄດ້ 1 ພັນລ້ານ ເຮັກຕາ ພາຍໃນປີ 2030. ສໍາລັບ ສປປ ລາວ ພວກເຮົາກໍຈໍາເປັນຕ້ອງໄດ້ມີການຟື້ນຟູດິນ ແລະ ລະບົບນິເວດໃຫ້ມີຄວາມສົມ ບູນ ແລະ ທົນທານ ເພື່ອສາມາດຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ຊ່ວຍປົກປັກຮັກສາສິ່ງທີ່ມີຊີວິດເທິງໜ້າໂລກນີ້ ບໍ່ໃຫ້ສູນພັນໃນອະນາຄົດ.

ຜ່ານມາ, ລັດຖະບານ ກໍ່ໄດ້ຮ່ວມກັບປະຊາຄົມໂລກ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍເລີ່ມຈາກການເຂົ້າເປັນພາຄີ ຂອງຫຼາຍສົນທິສັນຍາ ທີ່ກ່ຽວຂ້ອງ, ຈາກນັ້ນ, ກໍໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳອື່ນໆ ຫຼາຍສະບັບ ໂດຍສະເພາະ: ໄດ້ອອກຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ແນໃສ່ເພື່ອສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນການຈັບຈອງ, ຊື້-ຂາຍທີ່ດິນປ່າໄມ້, ການຖາງປ່າ, ການຈຸດປ່າ ທີ່ແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ້າວໄປເຖິງການຢຸດຕິ ຢ່າງສິ້ນເຊີງ.

ເຊິ່ງທັງໝົດນີ້ ກໍເພື່ອເເນໃສ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ປະເທດຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ.

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້, ໃນນາມຕາງໜ້າ ລັດຖະບານ ສປປ ລາວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ການຈັດຕັ້ງທຸກພາກສ່ວນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງທາງສັງຄົມ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ເຂັ້ມງວດໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະຕິບັດແນວທາງ, ນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ຫັນປ່ຽນພຶດຕິກໍາ ຈາກການທໍາລາຍຊັບພະຍາກອນທໍາມະຊາດ ມາເປັນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງສົມເຫດສົມຜົນ ໄປຕາມທິດສີຂຽວ ແລະ ຍືນຍົງ.

ນະໂອກາດນີ້, ເພື່ອເປັນການຜັນຂະຫຍາຍ ຈິດໃຈດັ່ງກ່າວ ທັງເປັນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ເຊິ່ງຄໍາຂວັນປີນີ້ ສອດຄ່ອງກັບຂະບວນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ, ຂ້າພະເຈົ້າ ຂໍໃຫ້ທຸກຄົນ, ການຈັດຕັ້ງ, ໂຮງຮຽນ, ສະຖານທີ່ຕ່າງໆ ແລະ ທຸກພາກສ່ວນທົ່ວສັງຄົມລາວ ຈົ່ງຢຸດເຊົາການຖາງປ່າ, ຈູດປ່າ ແລະ ຈູດສິ່ງເສດເຫຼືອແບບຊະຊາຍ ແລ້ວຫັນມາປູກຕົ້ນໄມ້ ໃຫ້ໄດ້ຢ່າງໜ້ອຍ ຜູ້ລະ 1 ຕົ້ນ, ບົວລະບັດຕົ້ນໄມ້ທີ່ປູກໄປແລ້ວ ໃຫ້ເຕີບໃຫຍ່, ພ້ອມທັງ ເກັບມ້ຽນຂີ້ເຫຍື້ອຕາມ 3 ຫຼັກການ ຄື:
1). ຫຼຸດປະລິມານການນຳໃຊ້
2). ນຳເອົາສິ່ງຂອງທີ່ໃຊ້ແລ້ວກັບມາໃຊ້ຄືນ
3). ນໍາເອົາໄປຜະລິດຄືນໃໝ່ ໄປພ້ອມໆກັບ ອະນາໄມຕົວເມືອງ ເພື່ອສ້າງປະເທດລາວ ໃຫ້ຂຽວສະອາດງາມຕາ
“ຂໍຂອບໃຈ”

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...