spot_img
Homeຂ່າວພາຍ​ໃນກົມທີ່ດິນ ຈະບໍ່ອອກໃບຕາດິນໃໝ່ ໃຫ້ ຜູ້ປະກອບການຊື້-ຂາຍ ດິນ ທີ່ບໍ່ມີໃບອະນຸຍາດ

ກົມທີ່ດິນ ຈະບໍ່ອອກໃບຕາດິນໃໝ່ ໃຫ້ ຜູ້ປະກອບການຊື້-ຂາຍ ດິນ ທີ່ບໍ່ມີໃບອະນຸຍາດ

Published on

ເມື່ອບໍ່ດົນມານີ້, ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການ ຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນ ຈາກການຈັດສັນທີ່ດິນແບ່ງຂາຍເປັນຕອນ ທີ່ມີລັກສະນະທຸລະກິດ ທີ່ຍັງບໍ່ທັນໄດ້ຮັບໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍບໍ່ໃຫ້ພະແນກການ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ, ແຂວງ, ນະຄອນຫລວງ ດໍາເນີນການອອກໃບຕາດິນໃໝ່ໃຫ້ຜູ້ຊື້ ຢ່າງເດັດຂາດ. ທັງນີ້, ກໍເພື່ອເປັນການຫັນເອົາບຸກຄົນ, ນິຕິບຸກຄົນ ທີ່ຍັງລະເມີດກົດໝາຍວ່າດ້ວຍທີ່ດິນ ໃຫ້ເຂົ້າສູ່ການຄຸ້ມຄອງຢ່າງລວມສູນ, ແນໃສ່ຄຸ້ມຄອງການຊື້-ຂາຍທີ່ດິນ, ປ້ອງກັນຂໍ້ຂັດແຍ່ງທີ່ດິນ ຈາກການດໍາເນີນທຸລະກິດກ່ຽວກັບທີ່ດິນ ແລະ ຕ້ານການຟອກເງິນ.

ໃນວັນທີ 30 ພຶດສະພາ 2024 ນີ້, ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດວ່າ: ການອອກແຈ້ງການ ຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ປະກອບການ ຊື້-ຂາຍ ດິນຈັດສັນ ທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ແມ່ນແນໃສ່ຄຸ້ມຄອງການຊື້-ຂາຍທີ່ດິນ ແລະ ແມ່ນຄວາມພະຍາຍາມໜຶ່ງຂອງພັກ, ລັດຖະບານ ກໍຄື ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແນໃສ່ຕ້ານການຟອກເງິນ ຈາກການຄ້າຂາຍອາວຸດ, ຄ້າຢາເສບຕິດ ແລະ ການກະທໍາຜິດອື່ນໆ ທີ່ໄດ້ເງິນແລ້ວຊື້ທີ່ດິນ ແລະ ອອກໃບຕາດິນໃໝ່ ນັ້ນແມ່ນການກະທໍາທີ່ລະເມີດ ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.ພ້ອມນີ້, ຍັງເປັນການຫັນເອົາບຸກຄົນ, ນິຕິບຸກຄົນ ທີ່ຍັງລະເມີດກົດໝາຍວ່າດ້ວຍທີ່ດິນ ໃຫ້ເຂົ້າສູ່ການຄຸ້ມຄອງຢ່າງລວມສູນ ເພື່ອເພີ່ມການເກັບລາຍຮັບຈາກການດໍາເນີນທຸລະກິດ ກ່ຽວກັບທີ່ດິນ, ຕ້ານການຟອກເງິນ, ປ້ອງກັນຂໍ້ຂັດແຍ່ງທີ່ດິນ ຈາກການດໍາເນີນທຸລະກິດກ່ຽວກັບທີ່ດິນ ລະຫວ່າງ ຜູ້ຂາຍດິນຈັດສັນ ແລະ ຜູ້ຊື້.

ທ່ານ ວິລະນະ ສອນນະສິນ ຍັງໃຫ້ຮູ້ອີກວ່າ: ຜູ້ດໍາເນີນທຸລະກິດກ່ຽວກັບທີ່ດິນ ກໍຄື ຜູ້ຊື້ ແລະ ຂາຍສິດນຳໃຊ້ທີ່ດິນ ດ້ວຍທຶນຂອງຕົນເອງ ເປັນຕົ້ນ ການຊື້-ຂາຍ ສິດນຳໃຊ້ທີ່ດິນ ເພື່ອຂາຍເກງກຳໄລ ຫລື ຈັດສັນທີ່ດິນແບ່ງຂາຍ ເປັນຕອນ ແມ່ນຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ນໍາກົມທີ່ດິນ ຫລື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕາມໃບທະບຽນວິສາຫະກິດ ເພື່ອຈະໄດ້ກວດກາແຫລ່ງທຶນ(ເງິນ) ທີ່ລູກຄ້າມາຊື້ ໄດ້ຈາກໃສ, ແນໃສ່ປ້ອງກັນການຂາຍດິນໃຫ້ຜູ້ທີ່ຄ້າຢາເສບຕິດ, ຄ້າອາວຸດ ແລະ ອື່ນໆ. ສໍາລັບກໍລະນີ ພໍ່ແມ່ ມອບສິດນໍາໃຊ້ທີ່ດິນໃຫ້ລູກຫລານ ຫລື ບຸກຄົນ ໂອນສິດນໍາໃຊ້ທີ່ດິນ (ໝົດຕອນ, ແບ່ງຂາຍບາງຕອນ) ເພື່ອແກ້ໄຂສະພາບຫຍຸ້ງ ຍາກຂອງຄອບຄົວ, ເພື່ອມີທຶນຮອນສໍາລັບ ປະກອບທຸລະກິດ ເຊິ່ງບໍ່ແມ່ນເຈດຕະນາຈັດສັນທີ່ດິນຂາຍເພື່ອເກັງກໍາໄລ ແມ່ນບໍ່ຈໍາເປັນຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ.

ສຳລັບທ່ານໃດທີ່ຍາກໄດ້ ຂໍ້ມູນເພີ່ມເຕີມກ່ຽວກັບວຽກງານທຸລະກິດທີ່ດິນ ແລະ ລະບຽບການທີ່ກ່ຽວ ຂ້ອງກັບວຽກງານທີ່ດິນ ສາມາດປະສານກັບ ກົມທີ່ດິນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫລວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ໄດ້ຕະຫລອດເວລາໃນວັນລັດຖະການ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...