Homeຂ່າວພາຍ​ໃນຜູ້ປະສານງານອົງການສປຊ ປະຈໍາ ສປປ ລາວ

ຜູ້ປະສານງານອົງການສປຊ ປະຈໍາ ສປປ ລາວ

Published on

ເມື່ອບໍ່ດົນມານີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ຕ້ອນຮັບທ່ານ Bakhodir BURKHANOV ໃນໂອກາດທີ່ມາດໍາລົງຕໍາແໜງ ເປັນຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ພ້ອມນັ້ນ ກໍສະແດງຄວາມຂອບອົກຂອບໃຈ ຕໍ່ອົງການສະຫະປະຊາຊາດ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສປປ ລາວ, ພ້ອມນີ້ໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງຂະແໜງ ການຍຸຕິທໍາ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການບໍລິ ການວຽກງານຍຸຕິທໍາ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ການສ້າງຄວາມເຂັ້ມແຂງໃຫ້ທະນາຍຄວາມ, ເຊິ່ງເປັນວຽກງານໜຶ່ງທີ່ນອນຢູ່ໃນການສະໜັບສະໜູນຂອງອົງການສະຫະປະຊາຊາດ.

May be an image of 7 people and text

ທ່ານ Bakhodir BURKHANOV ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢັ້ງຢືນເຖິງບັນດາເປົ້າໝາຍວຽກງານ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ, ພ້ອມນັ້ນ ທ່ານ ລັດຖະມົນຕີ ແລະ ທ່ານ Bakhodir BURKHANOV ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບການຮ່ວມມືໃນຕໍ່ໜ້າ.

ຂ່າວ: ນັກຂ່າວກະຊວງ ຍຸຕິທຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...