Homeຂ່າວພາຍ​ໃນລາວກຽມພ້ອມເປັນເຈົ້າພາບກອງປະຊຸມໄອປາ

ລາວກຽມພ້ອມເປັນເຈົ້າພາບກອງປະຊຸມໄອປາ

Published on

ທ່ານ ສັນຍາ ປະເສີດ ປະທານກຳມາທິການການຕ່າງປະເທດ ຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ໃນວັນທີ 29 ພຶດສະພາທີ່ຜ່ານມາ, ທີ່ສະພາແຫ່ງຊາດ ວ່າ: ສປປ ລາວ ກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາ ຊຽນ (AIPA) ຄັ້ງທີ 45 ໃນທ້າຍເດືອນຕຸລານີ້.

อาจเป็นรูปภาพของ 1 คน

ມາຮອດປັດຈຸບັນ ມີບາງກິດຈະກຳທີ່ໄດ້ເຮັດສຳເລັດແລ້ວເຊັ່ນ: 1) ກອງປະຊຸມຄະນະສະເພາະກິດຂອງໄອປາເພື່ອປຶກສາຫາລືກ່ຽວກັບການສ້າງຄູ່ມືການພົວພັນລະຫວ່າງໄອປາກັບພາຍນອກ ແລະ ການສ້າງຫ້ອງສະໝຸດກົດໝາຍດີຈີຕອນຂອງໄອປາ; 2) ກອງປະຊຸມສຳມະນາຂອງສະມາຊິກລັດຖະສະພາເພດຍິງໄອປາ (WAIPA) ຄັ້ງທີ 2 ແລະ ກອງປະຊຸມຄະນະປະສານງານໄວປາ; 3) ກອງປະຊຸມຮ່ວມກັນລະຫວ່າງ AIPA-FAO-IISD ຄັ້ງທີ 1 ກ່ຽວກັບການຈັດຕັ້ງປະຕິບັດຄູ່ມືການຂອງອາຊຽນໃນການສົ່ງເສີມການລົງທຶນຢ່າງມີປະສິດທິພາບໃນຂະແໜງອາຫານ, ກະສິກກຳ ແລະ ປ່າໄມ້.

ນອກຈາກນັ້ນ, ພວມຂຸ້ນຂ້ຽວກະກຽມຈັດກິດຈະກຳ ແລະ ກອງປະຊຸມຕ່າງໆໃນກອບໄອປາອີກຫຼາຍກອງປະຊຸມ ໃຫ້ສຳເລັດຕາມແຜນການໃນປີ2024 ເຊັ່ນ: 1) ກອງປະຊຸມສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ(AIPACODD) ຄັ້ງທີ 7; 2) ກອງປະຊຸມຮ່ວມກັນລະຫວ່າງ AIPA-FAO-IISD ຄັ້ງທີ 2 ກ່ຽວກັບການຈັດຕັ້ງປະຕິບັດຄູ່ມືຂອງອາຊຽນ ໃນການສົ່ງເສີມການລົງທຶນຢ່າງມີປະສິດທິພາບ ໃນຂະແໜງອາຫານ, ກະສິກກຳ ແລະ ປ່າໄມ້; 3) ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA); 4) ກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນ ຊຶ່ງຈະຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມໃຫຍ່ AIPA ຄັ້ງທີ 45 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.

ຂ່າວ-ພາບ: ແສງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...