Homeຂ່າວເຫດການອຸທາຫອນ! ເດັກນ້ອຍກືນຫຼຽນແລ້ວຕິດໃນຮູຄໍ

ອຸທາຫອນ! ເດັກນ້ອຍກືນຫຼຽນແລ້ວຕິດໃນຮູຄໍ

Published on

ອີງຕາມຜູ້ບັນຊີເຟສບຸກຊື່ວ່າ: Sivixay Souchalid ໄດ້ອອກມາໂພສເຕືອນເປັນອຸທາຫອນໃຫ້ພໍ່ແມ່ຜູ້ປົກຄອງກໍລະນີທີ່ມີເດັກນ້ອຍກືນຫຼຽນແລ້ວຕິດໃນຮູຄໍ ໂດຍມີເນື້ອໃນລະບຸວ່າ: ໃນວັນພຸດ 29 ພຶດສະພາ 24 ເວລາ 15:15 ໂມງມີເດັກຍີງ ອາຍຸ 4 ປີ ກືນຫລຽນເງິນ, ເຂົ້າມາສຸກເສີນ ແລ້ວ ສົ່ງມາທີ່ພະແນກຊ່ອງກະເພາະ, ລຳໃສ້ ທີ່ໂຮງໝໍເສດຖາທິລາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຕາມການລາຍງານລະບຸວ່າ: ທີມແພດຊ່ອງກະເພາະ ແລະ ທີມແພດດົມຢາສະຫລົບໃສ່ທໍ່ຊ່ວຍຫາຍໃຈແລະ ໄດ້ຊ່ວຍເອົາຫລຽນອອກໄດ້ສຳເລັດ ໂດຍທີ່ເດັກນ້ອຍປອດໄພສົ່ງໄປພັກຟື້ນແລະຕິດຕາມ v/s ທີ່ N i c u ຂໍຝາກເປັນອຸທາຫອນສຳລັບພໍ່ແມ່ຜູ້ປົກຄອງທີ່ມີລູກນ້ອຍຄວນເອົາໃຈໃສ່ເບິ່ງແຍງລູກຂອງທ່ານຢ່າງໃກ້ຊິດ ແລະ ໃຫ້ລະມັດລະວັງສິ່ງຂອງ ຫຼື ເຄື່ອງຫຼິ້ນທີ່ມີຂະນາດນ້ອຍເພາະອາດຈະເກີດເຫດການດັ່ງຂ້າງຕົ້ນນີ້ໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...