Homeຂ່າວພາຍ​ໃນຈັບກຸ່ມຂີ່ລົດກວນເມືອງ ທີ່ແຂວງຫົວພັນ

ຈັບກຸ່ມຂີ່ລົດກວນເມືອງ ທີ່ແຂວງຫົວພັນ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຊໍາເໜືອ ແຂວງຫົວພັນ, ໄດ້ອອກລາດຕະເວນຕາມເສັ້ນທາງຕ່າງໆ ຂອງເທດສະບານເມືອງຊໍາເໜືອ ແລະ ໄດ້ພົບເຫັນກຸ່ມໄວລຸ້ນອາຍຸແຕ່ 14 ປີ ຫາ19 ປີ ຂັບຂີ່ລົດກວນເມືອງ ບໍ່ຖືກລະບຽບການສັນຈອນ 4 ຄົນ, ຫຼັງຈາກນັ້ນກໍໄດ້ກັກຕົວມາສຶກສາອົບຮົມ ພ້ອມຍຶດລົດຈັກຂອງພວກກ່ຽວ, ເຊິ່ງສະພາບລົດຈັກໄດ້ດັດແປງເຕັກນິກຄື: ໃສ່ທໍ່ສູດ, ໃສ່ຕີນນ້ອຍ, ໃຊ້ຄວາມດັງເກີນຂອບເຂດ, ສ້າງຄວາມເນືອງນັນ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ຕໍ່ກັບເຫດການທີ່ເກີດຂຶ້ນພວກກ່ຽວໄດ້ປະຕິຍານຕໍ່ເຈົ້າໜ້າທີ່ວ່າ: ນັບແຕ່ມື້ນີ້ເປັນຕົ້ນໄປ ຈະບໍ່ເຂົ້າຮ່ວມ ແລະ ຂີ່ລົດກວນເມືອງອີກ, ຖ້າຫາກວ່າພວກກ່ຽວຍັງດື້ດ້ານຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນີກຂອງລົດອີກ ແມ່ນໃຫ້ເຈົ້າໜ້າທີ່ດໍາເນີນຕາມລະບຽບຂອງກົດໝາຍ ແລະ ຢຶດລົດໄວ້ເປັນຂອງລັດ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...