spot_img
Homeຂ່າວພາຍ​ໃນນໍ້າຂອງຖ້ວມບ້ານໂສດ ບໍ່ແມ່ນຄວາມຈິງ

ນໍ້າຂອງຖ້ວມບ້ານໂສດ ບໍ່ແມ່ນຄວາມຈິງ

Published on

ຈາກກໍລະນີທີ່ສື່ສັງຄົມອອນລາຍເພຈ News Times ໄດ້ແຊວີດີໂອຈາກເຟສບຸກຊື່ນາງ ເກດ ວົງຄຳຊາວ, ບ້ານໂສດ, ເມືອງໂຂງ ແຂວງຈຳປາສັກ, ໂດຍໃສ່ຫົວຂໍ້ວ່າ: ນ້ຳຂອງຖ້ວມບ້ານໂສດ, ເມືອງໂຂງ ແຂວງຈຳປາສັກ ລົງໃນເພຈຂອງຕົນ ໃນວັນທີ 27 ພຶດສະພາທີ່ຜ່ານມາ, ເຮັດໃຫ້ສັງຄົມສັບສົນ ຫຼື ເຂົ້າໃຈຜິດວ່າ: ບ້ານໂສດ ແມ່ນຖືກນ້ຳຂອງຖ້ວມແທ້.

อาจเป็นรูปภาพของ 5 คน

ນາຍບ້ານໂສດ ໄດ້ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 25 ພຶດສະພາທີ່ຜ່ານມາ, ໄດ້ເກີດມີສະພາບຝົນຕົກໜັກ ເປັນເຫດເຮັດໃຫ້ນ້ຳປ່າທີ່ໄຫຼມາຈາກຕົ້ນແມ່ນ້ຳກໍຄືຫ້ວຍໂສດ ໄຫຼມາເປັນຈຳນວນຫຼາຍແລ້ວລົ້ນຝັ່ງເຂົ້າໃສ່ພື້ນທີ່ບ້ານເຮືອນຂອງປະຊາຊົນກະທັນຫັນ ທີ່ຕັ້ງຢູ່ລຽບຕາມແຄມແມ່ນ້ຳ, ພ້ອມທັງໄຫຼຂ້າມທາງຄວາມຍາວປະມານ 100 ແມັດ; ແຕ່ສະພາບນ້ຳຖ້ວມ 2-3 ຊົ່ວໂມງນ້ຳກໍ່ຫຼຸດລົງ, ເຮັດໃຫ້ການສັນຈອນໄດ້ເປັນປົກກະຕິ.

ຂ່າວ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...