Homeຂ່າວພາຍ​ໃນ4 ເດືອນຕົ້ນປີ 2024 ເຊກອງສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ

4 ເດືອນຕົ້ນປີ 2024 ເຊກອງສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ

Published on

ອີງຕາມຂໍ້ມູນຈາກ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ປີ 2024 ແຂວງເຊກອງ ຕັ້ງເປົ້ໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຍາຍຕົວເພີ່ມຂຶ້ນໃນລະດັບ 6% ມູນຄ່າລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ. ແຕ່ເຖິງຢ່າງໃດກໍຕາມ ເພື່ອບັນລຸຕົວເລກດັ່ງກ່າວ ທາງແຂວງມີຄວາມຕ້ອງການທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ ໃນນີ້, ການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%.

ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 4 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 44,12% ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງ ຖິ່ນ 25,57 ຕື້ກີບ ເທົ່າກັບ 33,18% ແລະ ລາຍຮັບພູດຂອງແຂວງ 106,09 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 47,93%; ການສົ່ງອອກສິນຄ້າປະຕິບັດໄດ້ 59,16 ລ້ານໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 23,11% ແລະ ການນໍາເຂົ້າ 5 ແສນກວ່າໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 2,78% ແລະ ສາມາດດຶງດູດການລົງທຶນເອກະຊົນໄດ້ 6 ໂຄງການ ມູນຄ່າ 6 ລ້ານກວ່າໂດລາສະຫະລັດ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...