spot_img
Homeຂ່າວການທູດເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ

ເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ

Published on

ໃນຕອນບ່າຍຂອງ ວັນທີ 21 ພຶດສະພາ 2024, ຢູ່ ສໍານັກງານປະທານາທິບໍດີ (Belweder Palace) ນະຄອນຫຼວງ ວາກໂຊວີ, ສາທາລະນະລັດ ໂປໂລຍ, ທ່ານ ໄມບົວ ໄຊຍະວົງ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ອານ ເດຣ ດູດາ (H.E Mr. Andrzej DUDA), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂປໂລຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ໂປໂລຍ, ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ພະນະທ່ານ ປະທານາທິບໍດີ, ຊຶ່ງໃນການພົບປະ ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ, ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ໂປໂລຍ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ ແລະ ພ້ອມທັງອວຍພອນ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດ ຂອງຕົນຢູ່ ສາທາລະນະລັດ ໂປໂລຍ ແລະ ບັນດາປະເທດທີ່ຮັບຜິດຊອບ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ອານເດຣ ດູດາ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ໂປໂລຍ ທຸກຖ້ວນໜ້າ; ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂປໂລຍ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1962 ເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານທູດ ກໍໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນໂປໂລຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ໄລຍະຜ່ານມາໃນຫລາຍດ້ານ ເປັນຕົ້ນການສຶກສາ​, ສາທາລະນະສຸກ ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີສາກົນ, ໃນປີ 2021 ລັດຖະບານ ສ.ໂປໂລຍ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຢາວັກຊີນ (Astra Zeneca) ປ້ອງກັນພະຍາດໂຄວິດ-19 ຈໍານວນ 640,110 ໂດສ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຂໍ້ມູນ ແລະ ທ່າແຮງຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງການຄ້າ, ​ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ລະຫວ່າງສອງປະເທດໃນອະນາຄົດ. ນອກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ອວຍພອນໄຊໃຫ້ ພະນະທ່ານປະທານາທິບໍດີ ອານເດຣ ດູດາ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ.

ພາຍຫຼັງສໍາເລັດການຍື່ນສານຕາຕັ້ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ສຸສານນັກຣົບນິລະນາມ ຢູ່ນະະຄອນຫຼວງ ວາກໂຊວີ ຮ່ວມກັບບັນດາເອກອັກຄະລັດຖະທູດ ຈາກ ສສ.ຫວຽດນາມ, ກົງໂກ, ຈີບຸຕິ, ໂອມານ ແລະ ກໍາປູເຈຍ ທີ່ໄດ້ສໍາເລັດການຢືນສານຕາຕັ້ງຕໍ່ປະທານາທິບໍດີ ໂປໂລຍ ໃນຄັ້ງນີ້.
ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ພົບປະເຮັດວຽກ ກັບ ຫົວໜ້າກົມພິທີການທູດ ແລະ ກົມອາຊີ, ກະຊວງການຕ່າງປະເທດ ໂປໂລຍ ເພື່ອແນະນໍາຕົວ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ຊ່ອງທາງເສີມຂະຫຍາຍການພົວພັນຮ່ວມມື ລາວ-ໂປໂລຍ ໃນຂະແໜງການທີ່ສອງປະເທດ ມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນໃນຕໍ່ໜ້າ.
ນອກຈາກນັ້ນ, ທ່ານທູດພ້ອມຄະນະ ຍັງໄດ້ພົບປະ ກັບ ສະມາຄົມຄົນເຊື້ອຊາດລາວ ແລະ ນັກສຶກສາລາວ ທີ່ອາໃສຢູ່ ນະຄອນຫຼວງ ວາກໂຊວີ, ໂປໂລຍ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...