Homeຂ່າວພາຍ​ໃນ5 ເດືອນຕົ້ນປີ 2024 ທົ່ວປະເທດເກີດອັກຄີໄພ ທັງໝົດ 96 ຄັ້ງ

5 ເດືອນຕົ້ນປີ 2024 ທົ່ວປະເທດເກີດອັກຄີໄພ ທັງໝົດ 96 ຄັ້ງ

Published on

ໄລຍະ 5 ເດືອນຕົ້ນປີ 2024 ນີ້, ທົ່ວປະເທດເກີດອັກຄີໄພ ທັງໝົດ 96 ຄັ້ງ, ມີຜູ້ເສຍຊີວິດ 6 ຄົນ, ບາດເຈັບ 2 ຄົນ, ອາຄານທີ່ຢູ່ອາໄສເສຍຫາຍ 62 ຫລັງ, ວັດ 2 ຫລັງ, ໂຮງເລື່ອຍ 2 ຫລັງ, ຫໍຄອຍເດີ່ນບິນເກົ່າ 1 ຫລັງ, ແຄ້ມກຳມະກອນ 1 ຫລັງ ແລະ ອື່ນໆ ລວມມູນຄ່າຄວາມເສຍຫາຍທັງໝົດ 38 ຕື້ກວ່າກີບ.

ທ່ານ ພັນເອກ ວິລະພອນ ວົງຄຳມູນຕີ ຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດໃນວັນທີ 22 ພຶດສະພາ 2024 ວ່າ: 5 ເດືອນຕົ້ນປີ 2024 ສະພາບອັກຄີໄພໃນຂອບເຂດທົ່ວປະເທດ ມີທ່າອ່ຽງຫລຸດລົງ ຖ້າສົມທຽບໃນໄລຍະດຽວກັນຂອງປີຜ່ານມາ ເຖິງ 27 ຄັ້ງ ເນື່ອງຈາກສະພາບໄຟໄໝ້ລາມປ່າໃນປີນີ້ນ້ອຍລົງ. ໃນໄລຍະຜ່ານມາ, ອັກຄີໄພເກີດຂຶ້ນສ່ວນໃຫຍ່ແມ່ນເກີດຈາກໄຟຟ້າລັດວົງຈອນ, ເລິນເລີ້ຂາດສະຕິໃນການຊົມໃຊ້ຟື້ນ-ໄຟ, ລະບົບເຕັກນິກຂັດຂ້ອງ ແລະ ອື່ນໆ, ອັກຄີໄພທີ່ເກີດຂຶ້ນສ້າງຄວາມເສຍຫາຍຫລາຍກວ່າໝູ່ແມ່ນເຫດການໄຟໄໝ້ສາງເກັບມ້ຽນເຄື່ອງຂອງຄົນຈີນ ເຊິ່ງເປັນສະຖານທີ່ເກັບມ້ຽນເຄື່ອງຫລິ້ນເກົ່າ ຢູ່ເຂດບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສ້າງຄວາມເສຍຫາຍຫລາຍກວ່າ 10 ລ້ານກວ່າຢວນ (ສະກຸນເງິນຈີນ) ແລະ ເຫດການໄຟໄໝ້ລາມປ່າຈາກປະຊາຊົນຈູດໄຮ່ ເພື່ອທຳການຜະລິດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຢູ່ເມືອງປາກແບງ ແຂວງອຸດົມໄຊ ແລະ ກໍລະນີອື່ນໆ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ, ນຳພາ-ຊີ້ນຳ ບັນດາພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ, ນະຄອນຫລວງ ໃຫ້ເຄື່ອນໄຫວວຽກງານ ວິຊາສະເພາະຕາມພາລະບົດບາດຢ່າງແຂງແຮງ ເພື່ອຮັບປະກັນຄວາມປອດໄພດ້ານອັກຄີໄພ ແລະ ປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ; ລົງເຄື່ອນໄຫວຕົວຈິງຕາມພື້ນຖານຕ່າງໆ ໃນການກວດກາຄວາມປອດໄພດ້ານອັກຄີໄພ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາຕ່າງໆ, ຝຶກອົບຮົມວິຊາສະເພາະໃຫ້ແຕ່ລະພື້ນຖານ ມີຄວາມຮັບຮູ້ເຂົ້າໃຈເພື່ອຄວາມປອດໄພດ້ານອັກຄີໄພ; ປະຈຳການກຽມພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ, ບຳລຸງຮັກສາພາຫະນະ-ອຸປະກອນ, ປ້ອງກັນວັນສຳຄັນຕ່າງໆ ຂອງພັກ-ລັດ, ກອງປະຊຸມສຸດຍອດອາຊຽນ ແລະ ອື່ນໆ ໃຫ້ມີຄວາມປອດໄພ; ສ້າງບັນດານິຕິກຳ (ດຳລັດ, ມາດຕະການຄວາມປອດໄພດ້ານອັກຄີໄພ, ຂໍ້ຕົກລົງ, ຂໍ້ກຳນົດເພື່ອຮັບໃຊ້ວິຊາສະເພາະ.

ໂອກາດນີ້, ທ່ານ ພັນເອກ ວິລະພອນ ວົງຄຳມູນຕີ ຍັງຝາກເຖິງພໍ່-ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ຈົ່ງມີສະຕິຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພເພື່ອຄວາມປອດໄພໃຫ້ແກ່ສຸຂະພາບ, ຊິວິດ ແລະ ຊັບສິນຕ່າງໆ ບໍ່ໃຫ້ເສຍຫາຍຍ້ອນການເກີດອັກຄີໄພ; ເອົາໃຈໃສ່ກວດກາລະບົບໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆໃຫ້ຢູ່ໃນສະພາບສົມບູນ, ຖ້າເຫັນວ່າເກົ່າແກ່, ເປ່ເພບໍ່ຮັບປະກັນ ຕ້ອງສ້ອມແປງ ຫລື ປ່ຽນໃໝ່, ທຸກຄັ້ງທີ່ໃຊ້ອຸປະກອນເຄື່ອງໃຊ້ໄຟຟ້າສຳເລັດແລ້ວຕ້ອງປິດ ແລະ ຖອດປັກສຽບອອກ; ການຈູດທູບ, ໄຕ້ທຽນບູຊາ ຕ້ອງມີການຕິດຕາມພາຍຫລັງສຳເລັດຕ້ອງມອດໃຫ້ລະອຽດ, ຮ້ານບູຊາຕ້ອງເຮັດດ້ວຍວັດຖຸທີ່ໄຟໄໝ້ຍາກ, ຫ່າງໄກຈາກວັດຖຸໄວໄຟ ແລະ ໄໝ້ງ່າຍ; ການຄຸ້ມຄອງ, ການນຳໃຊ້, ການຂົນສົ່ງ ແລະ ຈຳໜ່າຍວັດຖຸໄວໄຟ-ທາດເຄມີ ຕ້ອງປະຕິບັດຕາມມາດຕະຖານເຕັກນິກຄວາມປອດໄພທາງດ້ານອັກຄີໄພຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...