spot_img
Homeຂ່າວພາຍ​ໃນເສັ້ນທາງຫຼວງພະບາງ ຫາ ເມືອງປາກແຊງ

ເສັ້ນທາງຫຼວງພະບາງ ຫາ ເມືອງປາກແຊງ

Published on

ໃນຕອນຄໍ່າຄືນຂອງ ວັນທີ 20 ພຶດສະພາທີ່ຜ່ານມາ, ມີຝົກຕົກແຮງຕິດຕໍ່ກັນຫຼາຍຊົ່ວໂມງເຮັດໃຫ້ນໍ້າຫ້ວຍຫຼາຍສາຍ ເກີດມີນ້ຳປ່າໄຫຼຊຸ ກະທົບໃສ່ແຫຼ່ງນໍ້າຫ້ວຍອວງ, ບ້ານສະຄິງ ແລະ ໄຫຼຖ້ວມເສັ້ນທາງຫຼວງຂອງແຂວງເລກທີ 2505 (ເສັ້ນທາງນະຄອນຫຼວງພະບາງ ຫາ ເມືອງປາກແຊງ) ເຮັດໃຫ້ມີຂີ້ເຫຍື້ອ, ງ່າໄມ້ຕັນທໍ່ນ້ຳລອດທາງ, ເຊິ່ງນ້ຳໄດ້ໄຫຼຖ້ວມທາງ ແລະ ກັດເຊາະເສັ້ນທາງຈົນຂາດ ການສັນຈອນໄປມາຈື່ງໄດ້ຢຸດຊົ່ວຄາວ.

May be an image of 3 people, motorcycle and road

ຕໍ່ກັບເຫດການດັ່ງກ່າວ, ທ່ານ ສຸດາວັນ ພັນຈັກຂັນ ເຈົ້າເມືອງປາກແຊງ ພ້ອມດ້ວຍຄະນະ ໄດ້ໄປກວດກາຕົວຈິງ ທັງປຸກລະດົມພາກສ່ວນນັກທຸລະກິດຢູ່ພາຍໃນເມືອງ, ເພື່ອປະກອບສ່ວນການສ້ອມແປງ ແລະ ແກ້ໄຂສຸກເສີນ, ເພື່ອເຮັດໃຫ້ການສັນຈອນສາມາດໄປມາໄດ້ໂດຍພື້ນຖານ, ພາຍຫຼັງໃນການສ້ອມແປງສຸກເສີນໃຫ້ສໍາເລັດ ຈະມີການປັບຕື່ມໃນຫຼັງລະດູຝົນ ເພື່ອໃຫ້ການສັນຈອນໄດ້ມີຄວາມສະດວກເປັນປົກກະຕິ.

อาจเป็นรูปภาพของ 1 คน, ถนน และ พื้นหญ้า

ທ່ານ ອຸນຄຳ ບຸນເພັງ ຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນ ຈົ່ງມີສະຕິໃນການຂັບຂີ່ພາຫະນະໃນໄລຍະລະດູຝົນ ເພື່ອເຮັດໃຫ້ທຸກຄົນມີຄວາມປອດໄພ, ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງເປັນເຈົ້າການ ເຝົ້າລະວັງສະພາບທີ່ຈະກະທົບເຖິງການສັນຈອນ ຫາກເກີດມີບັນຫາຕິດຄັດ ໃຫ້ເລັ່ງແກ້ໄຂ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງໂດຍດ່ວນ ເພື່ອຮັບປະກັນບໍ່ໃຫ້ການສັນຈອນຕິດຄັດເປັນເວລາດົນ.

ຂ່າວ: ແກ່ນຄຳ ສົມໃຈປອງ, ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...