Homeຂ່າວກິລາຜົນຈັບສະຫຼາກບານເຕະຊີງແຊ໋ມອາຊຽນ 2024 ລາວຈັດຢູ່ກຸ່ມບີ ຮ່ວມຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ມຽນມາ

ຜົນຈັບສະຫຼາກບານເຕະຊີງແຊ໋ມອາຊຽນ 2024 ລາວຈັດຢູ່ກຸ່ມບີ ຮ່ວມຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ມຽນມາ

Published on

ຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ປະຈຳປີ 2024 ຫຼື ASEAN Mitsubishi Electric Cup 2024 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 21 ພຶດສະພາ 2024 ໂດຍ ສປປ ລາວ ຖືກຈັດຢູ່ກຸ່ມ ບີ ຮ່ວມກັບ ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ມຽນມາ, ສ່ວນກຸ່ມ ເອ ປະກອບມີ: ໄທ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ບຣູໄນ/ຕີມໍ.

ສຳລັບການແຂ່ງຂັນບານເຕະ ASEAN Mitsubishi Electric Cup 2024 ຈະແຂ່ງຂັນໃນຮູບແບບເກົ່າ ຮອບແບ່ງສາຍ ແຂ່ງໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່່ອຄັດເອົາທີມແຊ໋ມ ແລະ ຮອງແຊ໋ມກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍໃນຮອບ 4 ທີມຈະແຂ່ງຂັນແບບໃນບ້ານນອກບ້ານຕໍ່ໄປ. ຊຶ່ງລາຍການນີ້ ຈະແຂ່ງຂັນລະຫວ່າງວັນທີ 24 ພະຈິກ ຫາວັນທີ 21 ທັນວາ 2024.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...