Homeຂ່າວພາຍ​ໃນກັກຕົວໄວໜຸ່ມພ້ອມເຈົ້າຂອງຮ້ານ ມົ້ວສຸມຄໍລະເຈນ

ກັກຕົວໄວໜຸ່ມພ້ອມເຈົ້າຂອງຮ້ານ ມົ້ວສຸມຄໍລະເຈນ

Published on

ເຈົ້າໜ້າທີ່ວິຊາສະເພາະ​ ປກສ​ ເມືອງວຽງທອງແຂວງບໍລິຄຳໄຊໄດ້ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ຢູ່ຮ້ານໃນພັບມີກຸ່ມໄວລຸ້ນທີ່ກຳລັງມົ້ວສຸມສານເສບຕິດ(ຄໍລາເຈນ)​, ຫຼັງຈາກນັ້ນກໍໄດ້ນຳກຳລັງເຂົ້າກວດຄົ້ນ ພົບເຫັນກຸ່ມໄວລຸ້ນຈຳນວນ 4 ຄົນແລະເຈົ້າຂອງຮ້ານ 1 ຄົນ,​ ກຳລັງມົ້ວສຸມສານເສບຕິດຢູ່.

ไม่มีคำอธิบายรูปภาพ

ຈາກນັ້ນ, ເຈົ້າໜ້າທີ່ຈື່ງໄດ້ກັກຕົວພວກກ່ຽວພ້ອມກວດກາພົບເຫັນຂອງກາງຊອງກາເຟຄໍລາເຈ່ນ ປະສົມນຳ້ສະຕີງທີ່ດື່ມແລ້ວຈຳນວນ 4 ຊອງ, ຜ່ານການສອບສວນສາມາດໄດ້ຮູ້ເປົ້າໝາຍແມ່ນ:ທ້າວ​ ອາປີ່ງ(ເຈົ້າຂອງຮ້ານ), ​ທ້າວ​ ພອນ,​ ນາງ​ ແປ້ງ, ​ນາງ​ ໄມ ແລະ ນາງ ປອງ, ຈື່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນຫາຜູ້ຮ່ວມຂະບວນການ.

ຂ່າວ: ສະຖານີ-ວິທະຍຸ ເມືອງ ວຽງທອງ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...