Homeຂ່າວພາຍ​ໃນພົບສົບຍິງເສຍຊີວິດເທິງຫຼັງຄາຂອງຕືກ

ພົບສົບຍິງເສຍຊີວິດເທິງຫຼັງຄາຂອງຕືກ

Published on

ພະແນກຕໍາຫຼວດ ກອງບັນຊາການ ປກສ ເຂດບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນເວລາປະມານ 10 ໂມງ 20 ນາທີ ຂອງວັນທີ 6 ພຶດສະພາທີ່ຜ່ານມາ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ພົບຄົນນອນເສຍຊີວິດຢູ່ຮ່ອງລະບາຍນໍ້າ ເທິງຫຼັງຄາຊັ້ນ 5 ຂອງຕຶກ N16, ຈື່ງໄດ້ລົງກວດກາ ສະຖານທີ່ເກີດເຫດ ພ້ອມທັງເກັບກໍາຂໍ້ມູນຫຼັກຖານ.

ไม่มีคำอธิบายรูปภาพ

ຜ່ານການສອບຖາມ ແລະ ເກັບກໍາຂໍ້ມູນເບື້ອງຕົ້ນ ຮູ້ໄດ້ວ່າ: ຜູ້ເສຍຊີວິດ ຊື່ ນາງ ແຈງຊົງ ອາຍຸ 18 ປີ, ປະຊາຊົນບ້ານລາງຈົງ, ເມືອງຮຸນ, ແຂວງອຸດົມໄຊ. ກ່ອນເກີດເຫດໃນວັນທີ 4 ພຶດສະພາທີ່ຜ່ານມາ ຜູ້ກ່ຽວໄດ້ເດີນທາງເຂົ້າມາເຂດບໍ່ເຕ່ນ, ແຂວງຫຼວງນ້ຳທາ ພ້ອມກັບ ທ້າວ ຈົງຊຽວຊຸນ, ອາຍຸ 46 ປີ, ສັນຊາດຈີນ, ຢູ່ບ້ານທົງຊີ, ເມືອງພິງຈຽງ, ແຂວງຫູໜານ (ແຟນຂອງນາງແຈງຊົງ) ມາພັກຢູ່ໂຮງແຮມໃນຕຶກ N16 ຊັ້ນທີ 12, ເວລາປະມານ 19-20 ໂມງຂອງວັນທີ 5 ພຶດສະພາທີ່ຜ່ານມາ ນາງ ໄມໄອ (ນ້າສາວຂອງຜູ້ເສຍຊີວິດ) ມາພົບ ແລະ ໄດ້ລົມກັນຈົນຮອດເວລາປະມານ 22 ໂມງຈຶ່ງໄດ້ເລີກລາກັນ.ມາໃນວັນທີ 6 ພຶດສະພາ ທີ່ຜ່ານມາ ເວລາ 00 ໂມງ 06 ນາທີ, (ຕາມກ້ອງວົງຈອນປິດ) ຜູ້ເສຍຊີວິດ ໄດ້ອອກຈາກຫ້ອງນອນ ພ້ອມທັງໂທລະສັບວິດີໂອຄໍ ລົມຜູ້ໃດໜຶ່ງ ແລ້ວຂື້ນລິບໄປຊັ້ນ 18 (ຊັ້ນສຸດທ້າຍ) ຍ່າງໄປຮອດບ່ອນປ່ອງຢ້ຽມກົງກັບບ່ອນທີ່ຜູ້ເສຍຊີວິດຕົກລົງມາ ໃນເວລາ 00 ໂມງ 08 ນາທີ (ຈາກນັ້ນພາບວົງຈອນກໍ່ບໍ່ສາມາດຈັບພາບຕໍ່ໄປໄດ້).

อาจเป็นรูปภาพของ 3 คน

ຕໍ່ກັບເຫດການດັ່ງ, ກ່າວທາງເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງ ພວມດໍາເນີນເກັບກໍາຂໍ້ມູນ ແລະ ນຳເອົາບຸກຄົນທີ່ກ່ຽວຂ້ອງມາດຳເນີນການສອບສວນເພີ່ມຕື່ມ ເພື່ອຊອກຫາເຖິງແຮງຈູງໃຈ ແລະ ຕົ້ນປາຍສາເຫດຂອງການເສຍຊີວິດໃນຄັ້ງນີ້.

ຂ່າວ: ອຸດອນ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...