Homeຂ່າວພາຍ​ໃນຍຶດຢາບ້າ 14 ລ້ານເມັດ ທີ່ເມືອງປາກທາແຂວງບໍ່ແກ້ວ

ຍຶດຢາບ້າ 14 ລ້ານເມັດ ທີ່ເມືອງປາກທາແຂວງບໍ່ແກ້ວ

Published on

ໃນວັນທີ 12 ພຶດສະພາທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ຢູ່ບ້ານຈຽງຕອງ, ເມືອງປາກທາ, ແຂວງບໍ່ແກ້ວ, ສາມາດຍຶດຂອງກາງຢາບ້າ ຈຳນວນ 14.106.000 ເມັດ ແລະ ຈັບຜູ້ຖືກຫາໄດ້ 2 ຄົນ, ຈາກການສອບສວນໄດ້ໃຫ້ຮູ້ວ່າ:อาจเป็นรูปภาพของ เงิน

– ຜູ້ທີ່ 1 ຊື່ທ້າວ ນໍຄົວ ຊົງ ອາຍຸ 29 ປີ ພ້ອມຂອງກາງ ແລະ ເຄື່ອງຕິດຕົວມີ ຢາເສບຕິດປະເພດຢາບ້າ ຈຳນວນ 6.055.800 ເມັດ, ນ້ຳໜັກ 605 ກິໂລກຣາມ, ແປ້ງຝຸ່ນສີອອນ ຈຳນວນ 1 ຖົງໜ້ອຍ, ໜັກ 50 ກຣາມ, ແປ້ງຝຸ່ນສີຂາວ 1 ຖົງນ້ອຍ, ໜັກ 60 ກຣາມ, ລູກປືນ ອາກາ 180 ລູກ, ປືນສັ້ນ 1 ກະບອກ, ປືນຫັນລີ (ຍິງແກັດ) 1 ກະບອກ, ປ້າຍລົດໃຫຍ່ (ປ້າຍແດງ) ປກສ ລະຫັດ 07 ໝາຍເລກ 0057 ຈໍານວນ 1 ຄູ່, ເງິນບາດ ຈໍານວນ 1 ລ້ານບາດ (ສະກຸນເງິນໄທ), ໂທລະສັບ ຈຳນວນ 1 ໜ່ວຍ, ສຳມະໂນຄົວ 1 ຫົວ ແລະ ໜັງສືຜ່ານແດນ 1 ຫົວ.

อาจเป็นรูปภาพของ 4 คน และ ข้อความ

– ສ່ວນຜູ້ທີ 2 ຊື່ທ້າວ ກົວຊົງ ຫລື ທ້າວ ສົງຄາມ ຊົງ ອາຍຸ 38 ປີ ພ້ອມຂອງກາງ ແລະ ເຄື່ອງຕິດຕົວ ມີ ຢາເສບຕິດ ປະເພດຢາບ້າ 8.050.200 ເມັດ, ນໍ້າໜັກ 805 ກິໂລກຣາມ, ລົດວີໂກສະມາດແຄັບ ສີຂາວ ຈຳນວນ 1 ຄັນ, ປືນເບີ 1 ກະບອກ ພ້ອມລູກປືນ 8 ລູກ ແລະ ໂທລະສັບ 1 ໜ່ວຍ. ປັດຈຸບັນ ທາງເຈົ້າໜ້າທີ່ ກຳລັງດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາ ຜູ້ຮ່ວມຂະບວນການ, ເພື່ອນຳມາດຳເນີນຄະດີ ຕາມລະບຽບກົດໝາຍ.

ຂ່າວ: ທະນູທອງ, ຂໍ້ມູນ-ພາບ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...