Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທ ກັກຕົວຊາຍລາວ ທີ່ດ່ານນະຄອນພະນົມ

ເຈົ້າໜ້າທີ່ໄທ ກັກຕົວຊາຍລາວ ທີ່ດ່ານນະຄອນພະນົມ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ດ່ານສາກົນມິດຕະພາບລາວ-ໄທ ແຫ່ງທີ 3 ນະຄອນພະນົມ ໄດ້ຈັບຊາຍສັນຊາດລາວ, ອາຍຸ 50 ປີ ພ້ອມຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 200.000 ເມັດ ທີ່ຊຸກເຊື່ອງໃນລຳໂພງເຄື່ອງສຽງຂອງລົດ.

อาจเป็นรูปภาพของ 3 คน และ ลำโพง

ເບື້ອງຕົ້ນເຈົ້າໜ້າທີ່ ສາມາດຈັບຜິດສັງເກດ ຈຶ່ງໄດ້ນຳເອົາລົດຄັນດັ່ງກ່າວເຂົ້າເຄື່ອງສະແກນ ເຫັນວ່າມີສິ່ງຂອງແປກປອມຢູ່ພາຍໃນລຳໂພງ ແລະ ໄດ້ທຳການກວດຄົ້ນເບິ່ງ ຈຶ່ງພົບຢາບ້າຈຳນວນດັ່ງກ່າວ.

อาจเป็นรูปภาพของ 2 คน และ ข้อความ

ຜູ້ກະທຳຜິດສາລະພາບວ່າ: ເປັນການຮັບຈ້າງຂັບລົດໃຫ້ນາຍທຶນ ໂດຍໃຊ້ລົດປ້າຍທະບຽນໄທ ຈັງຫວັດອຸດອນ ນາຍທຶນບອກແຕ່ວ່າໃຫ້ຂັບລົດໄປສົ່ງ ໂດຍບໍ່ໄດ້ບອກວ່າມີຫຍັງຢູ່ໃນລົດ ນຶກວ່າເປັນພຽງຊາກສັດປ່າ ແລະ ຊິ້ນສ່ວນສັດຫວງຫ້າມເທົ່ານັ້ນ ຜ່ານມາຄັ້ງທຳອິດເຄີຍຂັບໄປໄວ້ຈຸດນັດໝາຍ ແລ້ວກໍຈະມີຄົນມາຂັບເອົາໄປ ສ່ວນຕົນເອງກໍໄປເລາະທ່ຽວຖ້າເຖິງເວລາ ແລ້ວກໍຈະຂັບມາສົ່ງຈຸດນັດໝາຍພ້ອມເງິນຄ່າຈ້າງ ແຕ່ເທື່ອກ່ອນລອດມາໄດ້ ນຶກວ່າຮອບນີ້ໜ້າຈະບໍ່ມີຫຍັງຜິດ ແຕ່ສຸດທ້າຍກໍຖືກຈັບ.

ຂ່າວ: Vientiane Times

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...