Homeຂ່າວຄາດຕະກຳປະກາດຫາຍາດຜູ້ເສຍຊີວິດ ຢູ່ບຶງທາດຫຼວງ ເມືອງໄຊເສດຖາ

ປະກາດຫາຍາດຜູ້ເສຍຊີວິດ ຢູ່ບຶງທາດຫຼວງ ເມືອງໄຊເສດຖາ

Published on

ພະແນກຕໍາຫຼວດສືບສວນ-ສອບສວນຄະດີອາຍາ ຫ້ອງຕຳຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 10:00 ໂມງ ຂອງວັນທີ 01 ພຶດສະພາ 2024 ຜ່ານມາ, ໄດ້ຮັບແຈ້ງທາງໂທລະສັບຈາກ ປກສ ເມືອງໄຊເສດຖາ ວ່າມີຄົນເສຍຊີວິດ ຢູ່ບຶງທາດຫຼວງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຈາກນັ້ນ ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ແລະ ຈາກຕາມການລາຍງານຂອງ ທ້າວ ເທ້ ອາຍຸ 24 ປີ ອາຊີບ ພະນັກງານ, ທີ່ປະຈຳຢູ່ເຂດບຶງທາດຫຼວງ ໃຫ້ຮູ້ວ່າ: ໃນເວລາ ປະມານ 17:00 ໂມງ ໄດ້ມີຜູ້ຊາຍຄົນໜຶ່ງ ຂັບຂີ່ລົດມາແຕ່ທາງບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອຈະມາບ້ານໂພນທັນ ພໍມາຮອດຂົວຢູ່ກາງບຶງທາດຫຼວງ ຜູ້ກ່ຽວແມ່ນໄດ້ຈອດລົດເພື່ອຈະໄປຖ່າຍຢູ່ແຄມທາງປະມານ 35 ແມັດ ພໍເຂົ້າໄປຮອດແມ່ນໄດ້ພົບເຫັນຊາກຊົບເພດຊາຍນອນຫງາຍເສຍຊີວິດຢູ່ ຈາກນັ້ນຈິ່ງໄດ້ແຈ້ງພາກສ່ວນທີ່ກ່ຽວຂ້ອງ.

ຜ່ານການກວດກາສັນລະສູດຊາກຊົບຂອງຜູ້ເສຍຊີວິດ ແມ່ນມີຮ່ອງຮອຍບາດແຜຢູ່ຫົວ ແລະ ໜ້າຜາກ ຈໍານວນ 05 ຮ່ອງຮອຍ ແລະ ພົບເຫັນບັ້ງສູບຢາເສບຕິດ ປະເພດຢາບ້າ ຈໍານວນ 02 ບັ້ງ ແລະ ຢາບ້າ ຈໍານວນ 02 ເມັດ ແລະ ກັບໄຟ, ມີດ, ເກີບແຕະ ຈໍານວນ 01 ເຊິ່ງສາເຫດຂອງການເສຍຊີວິດ ຍ້ອນຖືກກະທົບຢູ່ບໍລິເວນຫົວ ແລະ ໜ້າຜາກຢ່າງຮຸນແຮງ.

ຖ້າຫາກວ່າຮູ້ຈັກ, ເປັນຍາດຕິພີ່ນ້ອງ ຂອງຜູ້ກ່ຽວ ໃຫ້ເຂົ້າມາຕິດຕໍ່ພົວພັນຢູ່ ກອງຕໍາຫຼວດນິຕິວິທະຍາ ປກສ ນວ ຕິດຕໍ່ໄດ້ທີ່ເບີ 020 55448392.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...