Homeຂ່າວພາຍ​ໃນປກສ ແຂວງໄຊສົມບູນ ທໍາລາຍອາວຸດລ່າເນື້ອ

ປກສ ແຂວງໄຊສົມບູນ ທໍາລາຍອາວຸດລ່າເນື້ອ

Published on

ປກສ ແຂວງໄຊສົມບູນ ໄດ້ທຳລາຍອາວຸດລ່າເນື້ອ ເມື່ອວັນທີ 29 ເມສາທີ່ຜ່ານມາ, ເຊິ່ງສາມາດຍຶດໄດ້ທັງໝົດ 220 ກະບອກ, ໃນນັ້ນມີອາວຸດເສິກ 24 ກະບອກ , ລູກປືນ 55 ລູກ, ອາວຸດພື້ນເມືອງ 196 ກະບອກ, ເລົາປືນ 25 ເລົາ, ລະເບີດ 3 ໜ່ວຍ, ໝໍ້ຊ໊ອດປາ 8 ໜ່ວຍ ແລະ ໝໍ້ໄຟ 2 ໜ່ວຍ.

อาจเป็นรูปภาพของ ข้อความ

ອາວຸດ ແລະ ເຄື່ອງຕ້ອງຫ້າມທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽບກົດໝາຍເຫລົ່ານີ້ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ຈາກ ການປະຕິ ບັດຕາມຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງອາວຸດເສິກ, ຄັງລ້ຽງສັດຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເລີກຮື້ອາວຸດເຖື່ອນ, ປືນແກັບ, ປືນປໍ້, ໝໍ້ຊ໊ອດປາ, ທາດແຕກ, ທາດລະເບີດ, ການເຄື່ອນໄຫວອື່ນໆ ທີ່ພົວພັນເຖິງຄວາມບໍ່ສະຫງົບ, ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງໄຊສົມບູນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...